ບໍລິຄຳໄຊ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາຄຸ້ມຄອງ

431

ການແຕ່ງຕັ້ງໂຍກຍ້າຍຕຳແໜ່ງຂອງບັນດາຂະແໜງການທາງພາກລັດຍັງດຳເນີນໄປຢ່າງຕໍ່ເນື່ອງໃນໄລຍະນີ້ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສຳລັບແຂວງບໍລິຄຳໄຊ ໄດ້ມີພິທີປະກາດຍົກຍ້າຍບ່ອນປະຈຳການພະນັກງານ ແລະ ແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມແຂວງ ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາກຳມະການພັກແຂວງ, ຫົວໜ້າພະແນກ, ຮອງພະແນກທີ່ກ່ຽວຂ້ອງ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.


ໃນພິທີ ຕາງໜ້າຄະນະຈັດຕັ້ງແຂວງຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 433/ຂບຊ, ລົງວັນທີ 11 ມິຖຸນາ 2021 ວ່າດ້ວຍການຍົກຍ້າຍ ທ່ານ ພັນລອນ ແກ້ວວິເສດ ຮອງຫົວໜ້າຫ້ອງວ່າການແຂວງ ໄປປະຈຳການຮັບໜ້າທີ່ໃໝ່ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 434/ຂບຊ, ລົງວັນທີ 11 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ພັນລອນ ແກ້ວວິເສດ ເປັນຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 427/ຂບຊ, ລົງວັນທີ 11 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ແຕງທອງ ພັນປະດິດ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ.

ເພື່ອເຮັດໃຫ້ພິທີມີຄວາມໝາຍຄວາມສໍາຄັນຢ່າງໜັ້ກແໜ້ນ ທ່ານ ບຸນສົງ ເພັດຈະເລີນ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງ ການແຕ່ງຕັ້ງ, ຍົກຍ້າຍພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກກະຕິ ທັງນີ້ ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປັບປຸງໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່, ແນໃສ່ເຮັດໃຫ້ວຽກງານໄດ້ມີການຂະຫຍາຍຕົວຕາມຂັ້ນເທິງວາງອອກ.

ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງໃຫ້ພະແນກການ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກຳແໜ້ນແນວທາງ, ກຳໄດ້ລະບຽບກົດໝາຍ ສ້າງການຫັນປ່ຽນໃໝ່ ແລະ ມີຄວາມສະດຸ້ງໄວ, ຍົກສູງຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ, ມີຄວາມສາມັກຄີເປັນໝູ່ຄະນະ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ.


ຂ່າວ : ວຽງສະຫວັນ