ບັນຫາເງິນເຟີ້ ລະເບີດເວລາ ເສດຖະກິດໂລກແທ້ ຫຼື ບໍ່?

406

ການທີ່ບັນດາປະເທດທົ່ວໂລກທຸ່ມງົບປະມານມະຫາສານ ເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງປະຕິເສດບໍ່ໄດ້ວ່າອາດເຮັດໃຫ້ເງິນເຟີ້ຕາມມາ, ແຕ່ນັກເສດຖະສາດສ່ວນໃຫຍ່ເຫັນວ່າບັນຫາເງິນເຟີ້ໜ້າຈະບໍ່ກັງວົນເກີນໄປ ເພາະສິ່ງສຳຄັນທີ່ສຸດໃນຂະນະນີ້ ຄືເຮັດທຸກວິທີທາງເພື່ອໃຫ້ເສດຖະກິດໂລກຟື້ນກັບມາໃຫ້ໄດ້ກ່ອນ, ເມື່ອຟື້ນຄືນແລ້ວກໍຕ້ອງປະຄອງໃຫ້ຂະຫຍາຍຕົວແຂງແກ່ນຂຶ້ນຈົນແນ່ໃຈວ່າເຂັ້ມແຂງຄືກັນກັບກ່ອນເກີດການລະບາດຂອງພະຍາດໂຄວິດ – 19 ຈຶ່ງຄ່ອຍປົດໄມ້ຄ້ຳເຫຼົ່ານັ້ນອອກ.

ຢ່າງໃດກໍຕາມ, ທ່ານ ເດວິດ ຟອລເຄີດ – ແລນດາ ຫົວໜ້ານັກເສດຖະສາດ ດອຍແບ໋ງ ( Deutsche Bank ) ພ້ອມ ຄະນະ ເຕືອນວ່າ: ນະໂຍບາຍຂອງທະນາຄານກາງອາເມຣິກາ ( ເຟດ ) ທີ່ລະບຸວ່າ “ ສາມາດອົດທົນ ” ຍອມຮັບເງິນເຟີ້ສູງໄດ້ ເພື່ອໃຫ້ເສດຖະກິດຟື້ນຕົວເຕັມທີ່ ແລະ ຄວບຄຸມ, ດັ່ງນັ້ນຈະບໍ່ໃຊ້ນະໂຍບາຍການເງິນເພື່ອຄວບຄຸມຈົນກວ່າອັດຕາເງິນເຟີ້ຈະປັບຂຶ້ນຕາມເປົ້າໝາຍທີ່ວາງໄວ້, ຕໍ່ກັບບັນຫາດັ່ງກ່າວ ຫົວໜ້ານັກເສດຖະສາດ ດອຍແບ໋ງ ແລະ ທີມງານ ຄິດວ່າໄລຍະສັ້ນອາດບໍ່ໜ້າເປັນຫ່ວງ ແຕ່ໄລຍະຍາວນັ້ນອາດມີຜົນຕາມມາຢ່າງຮ້າຍແຮງ.

ນັກເສດຖະສາດດອຍແບ໋ງ ເປີດເຜີຍວ່າ: ຕາມທີ່ເຟດປ່ອຍໃຫ້ເງິນເຟີ້ສູງຈົນຮອດເປົ້າໝາຍແລ້ວ ຈຶ່ງຄ່ອຍຄວບຄຸມນັ້ນຖືວ່າຊ້າເກີນໄປ ເພາະການກະຕຸ້ນເສດຖະກິດຫຼາຍ ມັກຈະມາພ້ອມກັບການປ່ຽນແປງພື້ນຖານດ້ານເສດຖະກິດທີ່ສະແດງອອກໃນຮູບຂອງເງິນເຟີ້ ເຊິ່ງອາດຈະກ້າວໄປໄກຈົນເຟດບໍ່ສາມາດຄວບຄຸມໄດ້ ໃນທີ່ສຸດຈະເຮັດໃຫ້ເສດຖະກິດ ແລະ ການເງິນເກີດຜັນຜວນໄດ້.
“ ຄວາມຫຼ້າຊ້າໃນການເຂົ້າຄວບຄຸມເງິນເຟີ້ ອາດເຮັດໃຫ້ເກີດສະພາວະເສດຖະກິດທົດຖອຍ ແລະ ເຮັດໃຫ້ລະບົບການເງິນທົ່ວໂລກເຄັ່ງຕຶງ ເຊິ່ງຈະສົ່ງຜົນກະທົບຕໍ່ປະເທດເສດຖະກິດເກີດໃໝ່ ຫຼື ປະເທດທີ່ມີເສດຖະກິດບອບບາງ ”, ຫົວໜ້ານັກເສດຖະສາດ ດອຍແບ໋ງ ກ່າວ.

ທ່ານກ່າວອີກວ່າ: ນີ້ເປັນຄັ້ງທຳອິດທີ່ຈະເຫັນການໃຊ້ມາດຕະການການເງິນພ້ອມກັນຂະໜາດໃຫຍ່ ແລະ ຈະເປັນແບບນີ້ຕໍ່ໄປ ເຊິ່ງເຊື່ອວ່າເງິນເຟີ້ອາດຈະເກີດຂຶ້ນໃນອະນາຄົດທີ່ມີລັກສະນະຄ້າຍຄືກັບຍຸກທົດສະວັດ 1970 ເຊິ່ງສະເລ່ຍຢູ່ປະມານ 7% ແຕ່ບາງຄັ້ງກໍອາດຈະສູງເຖິງລະດັບ 2 ຕົວເລກໃນເວລານັ້ນມີການຍົກເລີກມາດຕະການຄວບຄຸມລາຄາ, ຂະນະທີ່ລາຄາອາຫານ ແລະ ພະລັງງານເພີ່ມຂຶ້ນ ຈົນປະທານເຟດໃນຂະນະນັ້ນຕ້ອງກົດເງິນເຟີ້ລົງດ້ວຍການຂຶ້ນດອກເບ້ຍສູງ ຜົນຕາມມາກໍຄືເສດຖະກິດທົດຖອຍ.

ທີມນັກເສດຖະສາດຂອງດອຍແບ໋ງ ກັງວົນວ່າຈະເກີດເຫດການນັ້ນຂຶ້ນອີກ ເພາະຂະນະນີ້ລາຄາສິນຄ້າ ແລະ ບໍລິການຕ່າງໆເລີ່ມປັບຂຶ້ນ ແລະ ກຳລັງຈະຊຶມຜ່ານເຂົ້າໄປໃນລະບົບເສດຖະກິດຂອງອາເມຣິກາແລ້ວ.
ຫົວໜ້ານັກເສດຖະສາດດອຍແບ໋ງ ຍັງລະບຸອີກວ່າ: ຫາກເຖິງເວລາຕ້ອງຂຶ້ນດອກເບ້ຍ ເພື່ອຄວບຄຸມເງິນເຟີ້ຈະສ້າງ ຄວາມກົດດັນໃຫ້ແກ່ປະເທດທີ່ມີໜີ້ສາທາລະນະສູງ ເຊິ່ງຈະເກີດວິກິດດ້ານການເງິນ ໂດຍສະເພາະປະເທດເສດຖະກິດເກີດໃໝ່ ທີ່ຈັງຫວະການຂະຫຍາຍຕົວຂອງເສດຖະກິດບໍ່ສາມາດຕາມທັນຕົ້ນທຶນທີ່ສູງຂຶ້ນ.

ໃນຂະນະທີ່ ທ່ານ ແຈນ ແຮັດເຊຍ ນັກເສດຖະສາດຈາກໂກແມນແຊັກ ທະນາຄານຍັກໃຫຍ່ ຂອງອາເມຣິກາ ອອກມາສະໜັບສະໜູນນະໂຍບາຍຂອງເຟດ ທີ່ວ່າແຮງກົດດັນເງິນເຟີ້ໃນຂະນະນີ້ ເປັນເລື່ອງຊົ່ວຄາວ ເພາະມີເຫດຜົນສະໜັບສະໜູນ ໂດຍສະເພາະນະໂຍບາຍຂອງລັດຖະບານອາເມຣິກາ ທີ່ຈ່າຍເງິນໃຫ້ຄົນວ່າງງານໃນອາເມຣິກາ ແຕ່ເມື່ອນະໂຍບາຍດັ່ງກ່າວສິ້ນສຸດລົງ ພະນັກງານກຳມະກອນເຫຼົ່ານີ້ກໍຈະຊອກຫາວຽກເຮັດງານທຳຕາມປົກກະຕິ ເຊິ່ງຈະເຮັດໃຫ້ລັດຖະບານອາເມຣິກາຫຼຸດຜ່ອນລາຍຈ່າຍສ່ວນນີ້ລົງ, ໃນຂະນະທີ່ລາຄາສິນຄ້າ ແລະ ບໍລິການທີ່ເພີ່ມຂຶ້ນໃນຂະນະນີ້ມີສາເຫດມາຈາກຄວາມຕ້ອງການເພີ່ມຂຶ້ນ ເນື່ອງຈາກສະຖານະການບໍ່ປົກກະຕິ ແຕ່ເມື່ອສະຖານະການດີຂຶ້ນທຸກຢ່າງຈະກັບເຂົ້າສູ່ສະພາວະປົກກະຕິ.