ຕຳຫຼວດເມືອງສີໂຄດ ຈັບກຸ່ມລັກລົດຈັກ 13 ຄົນ ໂດຍເຊົ່າໂຮງແຮມເປັນບ່ອນລີ້ ແລະ ມົ້ວສຸມຢາ

1800

ໃນວັນທີ 11 ມິຖຸນາ 2021 ເວລາ 11:00 ໂມງ ເຈົ້າໜ້າທີ່ ປກສ ເມືອງ ສີໂຄດຕະບອງ ໄດ້ເຂົ້າມ້າງຄະດີລັກລົດຈັກ 9 ຄັນ, ກັກເປົ້າໝາຍ 13 ຄົນ, ຍິງ 6 ຄົນ ຢາເສບຕິດປະເພດຢາບ້າ 50 ເມັດ ຢູ່ໂຮງແຮມ ສັນຕິພາບ, ບ້ານ ໄຊມຸງຄຸນ, ເມືອງ ນາຊາຍທອງ ເພື່ອສືບຕໍ່ການດຳເນີນການກັບພວກກ່ຽວ ຫຼັງການຊັດທອດຈາກເປົ້າໝາຍໜຶ່ງທີ່ຈັບກຸມໄດ້ກ່ອນໜ້ານັ້ນ.

ທ່ານ ພັທ ສອນເພັດ ພິຈິດ ຮອງຫົວໜ້າ ປກສ ເມືອງ ສີໂຄດຕະບອງ ເປີດເຜີຍວ່າ: ການຈັບກຸມຄັ້ງນີ້ ແມ່ນເນື່ອງມາຈາກພວກເຮົາໄດ້ແກ້ໄຂເປົ້າໝາຍໃນຄັງວັນທີ 2 ມິຖຸນາ 2021 ເປົ້າໝາຍ ຊື່ ທ້າວ ອຸ້ຍ ສ້ຽວ ປໍ້ ໄດ້ກັກຕົວໃນວັນທີ 31 ພຶດສະພາ 2021 ຈາກນັ້ນ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ສີໂຄດຕະບອງ ໄດ້ເປີດກວ້າງຂະຫຍາຍຜົນຊອກຫາກຸ້ມແກ້ງ.

ຜ່ານການສອບສວນເປົ້າໝາຍທັງ 13 ຄົນ ຍິງ 6 ຄົນ ແມ່ນເຂົ້າມົ້ວສຸມຢາເສບຕິດ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ, ສ່ວນ 7 ຄົນ, ພວກກ່ຽວໄດ້ຮັບສາລະພາບວ່າ: ລົດຈັກທີ່ເຈົ້າໜ້າທີ່ຍຶດມາໄດ້ 9 ຄັນ ພວກຕົນໄດ້ເຄື່ອນໄຫວລັກແທ້ ເຊິ່ງຜ່ານມາ ໄດ້ເຄື່ອນໄຫວລັກຊັບ (ປະເພດລົດຈັກ) ມາແລ້ວຫຼາຍຄັ້ງ ເຊິ່ງໃນແຕ່ລະຄັ້ງ ພວກກ່ຽວໄດ້ມີການວາງແຜນຄັກແນ່ ໂດຍການເຊົ່າໂຮງແຮມແຫ່ງໜຶ່ງ ເປັນບ່ອນພັກເຊົາ ຈໍານວນ 5 ຫ້ອງ ແລະ ເປັນບ່ອນຊຸກເຊື່ອງສິ່ງຂອງທີ່ລັກມາໄດ້ ພ້ອມທັງເປັນບ່ອນມົ້ວສຸມຢາເສບຕິດ. ພາຍຫຼັງລັກຊັບມາໄດ້ແລ້ວ ພວກກ່ຽວໄດ້ຕິດຕໍ່ຂາຍ, ໂດຍເງິນທີ່ໄດ້ຈາກການຂາຍລົດຈັກແຕ່ລະຄັ້ງ ພວກກ່ຽວໄດ້ໃຊ້ຈ່າຍຄ່າໂຮງແຮມ, ຊື້ຢາເສບຕິດມາເສບມົ້ວສຸມ ແລະ ໃຊ້ຈ່າຍຫຼິ້ນກິນຈົດໝົດ.

ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງ ສີໂຄດຕະບອງ ຍັງຈະສືບຕໍ່ເປີດກວ້າງຂະຫຍາຍຜົນຊອກຫາກຸ້ມແກ້ງຂະບວນການ ຢ່າງບໍ່ລົດລະເພື່ອນຳຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.