ສະຫຼຸບ 12 ທີມໂຊນອາຊີລຸ້ນຕິດ 1 ໃນ 5 ໄປບານໂລກ 2022 ຮອບສຸດທ້າຍ, ຫວຽດນາມ 1 ດຽວໃນອາຊຽນ

1198

ໄດ້ແລ້ວ 12 ທີມສຸດທ້າຍຈາກໂຊນອາຊີ ທີ່ຈະລຸ້ນໄປບານໂລກ 2022 ຮອບສຸດທ້າຍ ເຊິ່ງຮອບ 12 ທີມຈະແບ່ງເປັນ 2 ກຸ່ມໆລະ 6 ທີມ ຈະຄັດເອົາ 4 ທີມໄປບານໂລກແບບສົມບູນ, ສ່ວນອີກ 1 ທີມແມ່ນຈະເອົາທີມອັນດັບ 3 ຂອງທັງສອງກຸ່ມຈະໄປແຂ່ງຂັນຮອບເພລ໌ອ໊ອຟ ເພື່ອຄັດເອົາທີມຊະນະໄປແຂ່ງຂັນກັບທີມຈາກໂຊນອື່ນ ເພື່ອລຸ້ນໄປບານໂລກອີກ 1 ທີມ.

ສະຫຼຸບ 12 ທີມສຸດທ້າຍເຂົ້າຮອບບານໂລກ 2022 ຮອບຄັດເລືອກໂຊນອາຊີ
+ແຊັມກຸ່ມ:
1.ຊີເຣຍ ແຊັມກຸ່ມ A ມີ 21 ຄະແນນ ແລະ ປະຕູໄດ້ເສຍ +15
2.ອົດສະຕຣາລີ ແຊັມກຸ່ມ B ມີ 24 ຄະແນນ ແລະ ປະຕູໄດ້ເສຍ +26
3.ອີຣານ ແຊັມກຸ່ມ C ມີ 18 ຄະແນນ ແລະ ປະຕູໄດ້ເສຍ +30

4.ຊາອຸດິອາຣະເບຍ ແຊັມກຸ່ມ D ມີ 20 ຄະແນນ ແລະ ປະຕູໄດ້ເສຍ +18
5.ກາຕາ ແຊັມກຸ່ມ E ມີ 22 ຄະແນນ ແລະ ປະຕູໄດ້ເສຍ +17 ( ສິດຖືກເພີ່ມໃຫ້ທີມອັນດັບ 2 ທີ່ດີທີ່ສຸດອີກໜຶ່ງທີມ ເນື່ອງຈາກ ກາຕາ ເປັນເຈົ້າພາບຮອບສຸດທ້າຍ )
6.ຍີ່ປຸ່ນ ແຊັມກຸ່ມ F ມີ 24 ຄະແນນ ແລະ ປະຕູໄດ້ເສຍ +44
7.ສະຫະລັດອາຣັບເອເມເຣດ ແຊັມກຸ່ມ G ມີ 18 ຄະແນນ ແລະ ປະຕູໄດ້ເສຍ +16
8.ສ ເກົາຫຼີ ແຊັມກຸ່ມ H ມີ 16 ຄະແນນ ແລະ ປະຕູໄດ້ເສຍ +21

+ທີມອັນດັບ 2 ທີ່ດີທີ່ສຸດ (ມີການບວກລົບຄູນຫານຕາມກົດລະບຽບ ແລະ ຈັດອັນດັບດັ່ງນີ້)
9.ສປ ຈີນ ຈາກກຸ່ມ A ມີ 13 ຄະແນນ ແລະ ປະຕູໄດ້ເສຍ +12
10.ໂອມານ ຈາກກຸ່ມ E ມີ 12 ຄະແນນ ແລະ ປະຕູໄດ້ເສຍ +4
11.ອິຣັກ ຈາກກຸ່ມ C ມີ 11 ຄະແນນ ແລະ ປະຕູໄດ້ເສຍ +3

12.ຫວຽດນາມ ຈາກກຸ່ມ G ມີ 11 ຄະແນນ ແລະ ປະຕູໄດ້ເສຍ +3
13.ເລບານອນ ຈາກກຸ່ມ H ມີ 10 ຄະແນນ ແລະ ປະຕູໄດ້ເສຍ +3 ( ໄດ້ສິດແທນເຈົ້າພາບ ກາຕາ )
ສໍາລັບ ຮອບ 12 ທີິມສຸດທ້າຍໂຊນອາຊີ ຈະແຂ່ງຂັນລະຫວ່າງເດືອນກັນຍາ 2021 ຈົນຈົບໃນເດືອນມີນາ 2022 ແຂ່ງຂັນຕາມປະຕິທິນຂອງ ຟີຟາ ເຊິ່ງໂຊນອາຊີ ໄດ້ສິດໄປບານໂລກ 2022 ຮອບສຸດທ້າຍ 4,5 ທີມ ກໍຄື 4 ທີມທີ່ດີທີ່ສຸດເຂົ້າຮອບອັດຕະໂນມັດ, ສ່ວນອີກ 1 ທີມໄປເພລອ໊ອຟກັບທີມຈາກໂຊນອື່ນ.