ອິນໂດເນເຊຍ ມີຄວາມຕ້ອງການສິນຄ້າກະສິກໍາຈາກລາວ, ປີຜ່ານມາຍອດສົ່ງອອກລວມຫຼາຍກວ່າ 45 ລ້ານໂດລາ

1111

5ປີຜ່ານມາ ອິນໂດເນຍເຊຍເປັນຄູ່ຄ້າອັນດັບທີ 8 ໃນປະເທດສະມາຊິກອາຊຽນ(ດ້ານການສົ່ງອອກ) ແລະ ອັນດັບ 4 (ດ້ານການນໍາເຂົ້າ). ໃນປີ 2020 ລາວສົ່ງອອກສິນຄ້າ 45,2 ລ້ານກວ່າໂດລາ ແລະ ນໍາເຂົ້າສິນຄ້າ 16,7 ລ້ານກວ່າໂດລາ, ຂະນະທີ່ອິນໂດເນເຊຍ ມີຄວາມຕ້ອງການສິນຄ້າກະສິກໍາຈາກ ສ ປປ ລາວ ໂດຍສະເພາະເຂົ້າ, ນໍ້າຕານ, ສາລີ, ຖົ່ວເຫຼືອງ.

ວັນທີ 16 ມິຖຸນາ 2021 ທີ່ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງ ທ່ານ ປຣາຕິໂຕ ສຸຣາໂຍ Pratito Soeharyo ເອກອັກຄະລັດຖະທູດອິນໂດເນເຊຍປະຈໍາ ສປປລາວເຂົ້າ ເນື່ອງໃນໂອກາດ ທ່ານ ລັດຖະມົນຕີ ອຄ ໄດ້ຮັບໜ້າທີ່ໃໝ່ ພ້ອມກັນນັ້ນກໍຖືໂອກາດເຂົ້າພົບປະແລກປ່ຽນຂໍ້ມູນຂ່າວສານການຮ່ວມມືໂດຍສະເພາະການຄ້າຂອງສອງປະເທດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນ.

ໂອກາດດັ່ງກ່າວທ່ານຄໍາແພງ ໄຊສົມແພງ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນການຮ່ວມມືຂອງສອງຊາດ ກໍຄືສອງກະຊວງ ອຄ ໃນໄລຍະຜ່ານມາ ແລະ ຕໍ່ໜ້າ. ສະພາບການພົວພັນການຄ້າລາວ – ອິນໂດເນເຊຍ ເຊິ່ງສອງປະເທດ ລ້ວນແລ້ວແຕ່ເປັນສະມາຊິກອາຊຽນ ພາຍໃນອາຊຽນກໍມີສັນຍາໃນການເປີດຕະຫຼາດການຄ້າ ແລະ ການລົງທຶນຮ່ວມກັນ. ສ່ວນໃຫຍ່ແມ່ນປະຕິບັດຕາມ ສັນຍາວ່າດ້ວຍການຄ້າດ້ານຜະລິດຕະພັນ ATIGA ເຊິ່ງໃນຂອບດັ່ງກ່າວສອງຝ່າຍໄດ້ນໍາເອົາລາຍການສິນຄ້າມາຫຼຸດອັດຕາພາສີນໍາເຂົ້າ ແລະ ສົ່ງອອກຫຼາຍລາຍການຄື: ຝ່າຍລາວ ລາຍການສິນຄ້າທີ່ນໍາມາຫຼຸດອັດຕາພາສີເປັນ 0% ໃນປີ 2015 ຈໍານວນ 8.536 ລາຍການກວມເອົາ 89,3%. ຝ່າຍ ອິນໂດເນເຊຍ ລາຍການສິນຄ້າທີ່ນໍາມາຫຼຸດອັດຕາພາສີເປັນ 0% ໃນປີ 2015 ຈໍານວນ 9.899 ລາຍການກວມເອົາ 98,87%

ມູນຄ່າການນໍາເຂົ້າ ແລະ ສົ່ງອອກລະຫວ່າງ ລາວ ແລະ ອິນໂດເນເຊຍ ນັບແຕ່ປີ 2016-2020 ມີຄື: ປີ 2016 ລາວສົ່ງອອກສິນຄ້າມູນຄ່າ 3,5 ລ້ານກວ່າໂດລາ ການນໍາເຂົ້າ 55,5 ລ້ານກວ່າໂດລາ, ໃນປີ 2017 ລາວສົ່ງອອກສິນຄ້າ 6 ແສນກວ່າໂດລາ ນໍາເຂົ້າ 68,6 ລ້ານກວ່າໂດລາ, ປີ 2018 ລາວສົ່ງອອກສິນຄ້າ 1,7 ລ້ານກວ່າໂດລາ ນໍາເຂົ້າ 42 ລ້ານກວ່າໂດລາ, ປີ 2019 ລາວສົ່ງອອກສິນຄ້າ ມູນຄ່າ 2,2 ລ້ານກວ່າໂດລາ ແລະ ນໍາເຂົ້າ 25 ລ້ານກວ່າໂດລາ ແລະ ໃນປີ 2020 ລາວສົ່ງອອກສິນຄ້າ 45,2 ລ້ານກວ່າໂດລາ ແລະ ນໍາເຂົ້າສິນຄ້າ 16,7 ລ້ານກວ່າໂດລາ.

ໄລຍະ 5ປີຜ່ານມາ ອິນໂດເນຍເຊຍເປັນຄູ່ຄ້າອັນດັບທີ 8 ໃນປະເທດສະມາຊິກອາຊຽນ(ດ້ານການສົ່ງອອກ) ແລະ ອັນດັບ 4 (ດ້ານການນໍາເຂົ້າ). ບາງສິນຄ້າຫຼັກທີ່ລາວສົ່ງອອກໄປອິນໂດເນເຊຍ ມີ: ເຄື່ອງໃຊ້ໄຟຟ້າ, ອຸປະກອນໄຟຟ້າ, ຜະລິດຕະພັນຢາສູບ, ຜ້າຖັກ, ເຄື່ອງມື ແລະ ອຸປະກອນທັດສະນະສາດ, ເຄື່ອງນຸ່ງຫົ່ມ, ເຄື່ອງທີ່ເຮັດດ້ວຍພາລາສະຕິກ, ຜ້າໃຊ້ປະດັບ, ເສັ້ນດ້າຍ, ເຊືອກ, ສັດທີ່ມີຊີວິດອື່ນໆ(ມ້າ, ລາແບ້…).

ທ່ານ ປຣາຕິໂຕ ສຸຣາໂຍ ໄດ້ກ່າວວ່າ: ການພົບປະຄັ້ງນີ້ເພື່ອສະແດງຄວາມຍິນດີທີ່ທ່ານມາຮັບໜ້າທີ່ໃໝ່ ໃນກະຊວງ ອຄ. ພ້ອມນັ້ນກໍມີການແລກປ່ຽນສະພາບການປ້ອງກັນການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ການຄ້າສອງຝ່າຍມີຄວາມຫຍຸ້ງຍາກ ແນວໃດກໍຕາມຈະສືບຕໍ່ເຮັດໃຫ້ສະພາບການຄ້າມີການເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນ ປະຊາກອນອິນໂດເນເຊຍມີຈໍານວນຫຼາຍ ສະນັ້ນມີຄວາມຕ້ອງການສະບຽງອາຫານ ໂດຍສະເພາະແມ່ນດ້ານກະສິກໍາຂອງລາວທີ່ຍັງມີທ່າແຮງ, ປະເທດອິນໂດເນເຊຍ ມີຄວາມຕ້ອງການສິນຄ້າກະສິກໍາຈາກ ສ ປປ ລາວ ໂດຍສະເພາະເຂົ້າ, ນໍ້າຕານ, ສາລີ, ຖົ່ວເຫຼືອງ.

ທ່ານທູດຍັງແລກປ່ຽນ ສະພາບການຮ່ວມມືສ້າງທາງລົດໄຟ ຄໍາມ່ວນ ຫາທ່າເຮືອວຸ່ງອ່າງ ສສ ຫວຽດນາມ, ເທັກໂນໂລຊີ ສໍາລັບທາງລົດໄຟ, ພ້ອມນັ້ນກໍຍັງ ຫາລືການຄ້າແລກປ່ຽນ ສິນຄ້າລະຫວ່າງກັນ ໂດຍ ປະເທດອິນໂດເນເຊຍມີເຮືອບິນຂະໜາດນ້ອຍ ອາດຈະເບິ່ງການນໍາເອົາເຂົ້າຈ້າວ, ເຂົ້າໜຽວໄປແລກປ່ຽນ, ຫຼື ແຮ່ທາດໂປຕາຊ້ຽມ ແລະ ອື່ນໆ, ລວມທັງການຫາລືຂະແໜງການທ່ອງທ່ຽວທີ່ມີຊື່ສຽງສອງປະເທດຄືແຂວງຫຼວງພະບາງ ແລະ ເກາະບາຫຼີ, ການສືບຕໍ່ຮ່ວມມືຂະແໜງເຟີນີ້ເຈີ, ການຖ່າຍທອດຄວາມຮູ້ດານການປະມົງ(ການລ້ຽງປາ). ພ້ອມກັນນັ້ນ ທ່ານ ທູດຍັງໄດ້ເຊີນທ່ານ ລັດຖະມົນຕີ ກະຊວງ ອຄ ພ້ອມຄະນະເພື່ອໄປຢ້ຽມຢາມປະເທດອິນໂດເນເຊຍ ເຊິ່ງພວກເຮົາຈະຈັດງານ ວາງສະແດງສິນຄ້າ ຈາກາຕ້າເອັກໂປ ໃນເດືອນ ຕຸລາປີ 2021 ເຊິ່ງພວກເຮົາມີ 60 ລ້ານອຸດສາຫະກຳຂະໜາດນ້ອຍໃນປະເທດ ທີ່ພ້ອມຈະນໍາສະເນີ ແລະ ຮ່ວມມືກັນພັດທະນາ.