ໂຣນັລໂດ ຍິງ 2 ປະຕູຊ່ວຍປ໊ອກຕຸຍການມີໄຊສ້າງ 5 ສະຖິຕິໃນ ຢູໂຣ, ແຊັມເກົ່າ-ຮອງແຊັມເກົ່າມີໄຊນັດທໍາອິດ

380
Portugal's Cristiano Ronaldo controls the ball during the Euro 2020 soccer championship group F match between Hungary and Portugal at the Ferenc Puskas stadium in Budapest, Hungary Monday, June 15, 2021. (AP Photo/Darko Bandic, Pool)

ຫຼັງຈົບການແຂ່ງຂັນບານເຕະ ຢູໂຣ 2020 ປະຈໍາວັນທີ 15 ມິຖຸນາ 2021 ນັດທໍາອິດຂອງກຸ່ມ F ກຸ່ມທີ່ຍາກທີ່ສຸດໃນລາຍການນີ້ ປາກົດວ່າ: ປ໊ອກຕຸຍການ ແຊັມເກົ່າຍິງ 3 ປະຕູລວດໃນໄລຍະທ້າຍເກມເອົາຊະນະ ຮົງກາລີ ເຈົ້າພາບໄປ 3-0, ສ່ວນອີກຄູ່ບິກແມັດ ທີມຊາດຝຣັ່ງ ຮອງແຊັມເກົ່າ ບຽດເອົາຊະນະ ເຢຍລະມັນ ໄປຫວຸດຫວິດ 1-0 ( ຢູໂຣ 2016 ຝຣັ່ງ ຊະນະ ເຢຍລະມັນ 2-0 ເຂ່ຍຕົກຮອບຮອງຊະນະເລີດ ).

ເຫດການເດັ່ນຢູ່ທີ່ ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດປ໊ອກຕຸຍການ ເໝົາຄົນດຽວ 2 ປະຕູໃນໄລຍະທ້າຍເກມຈາກຈຸດໂທດນາທີໆ 87 ແລະ ຈັງຫວະທີ່ເຕະບານຫຼອກຜູ້ຮັກສາປະຕູ ຮົງກາລີ ຍິງເຂົ້າໄປຢ່າງສວຍງາມນາທີໆ 90+2 ເຮັດໃຫ້ ໂຣນັລໂດ ສ້າງສະຖິຕິ 5 ຢ່າງດັ່ງນີ້:

1.ຍິງປະຕູໃນການແຂ່ງຂັນບານເຕະ ຢູໂຣ ຮອບສຸດທ້າຍ 11 ປະຕູແຊງ ມິເຊລ ພລາຕິນີ ຕໍານານນັກເຕະທີມຊາດຝຣັ່ງທີ່ເຄຍເຮັດໄວ້ສູງສຸດ 9 ປະຕູໃນຢູໂຣ 1984.
2.ເພີ່ມສະຖິຕິຍິງປະຕູສູງສຸດໃຫ້ກັບທີມຊາດປ໊ອກຕຸຍການ 106 ປະຕູເໜືອອັນດັບ 2 ຢ່າງ ເປໂດຣ ເປົາເລຕາ ຍິງໄດ້ 47 ປະຕູໄປແບບບໍ່ເຫັນຝຸ່ນ.
3.ກາຍເປັນນັກເຕະຄົນທໍາອິດທີ່ລົງສະໜາມໃນຢູໂຣ ຮອບສຸດທ້າຍ 5 ສະໄໝ
4.ກາຍເປັນນັັກເຕະຄົນທໍາອິດທີ່ຍິງປະຕູໃນ ຢູໂຣ ຮອບສຸດທ້າຍໄດ້ 5 ສະໄໝຕິດຕໍ່ກັນ
5.ລົງແຂ່ງຂັນໃນ ຢູໂຣ ຮອບສຸດທ້າຍ ໄດ້ຫຼາຍທີ່ສຸດ 12 ນັດ

ສໍາລັບ ການແຂ່ງຂັນນັດທໍາອິດຂອງກຸ່ມ F ກຸ່ມທີ່ຍາກທີ່ສຸດໃນ ຢູໂຣ 2020 ປາກົດວ່າ: ແຊັມເກົ່າ ປ໊ອກຕຸຍການ ກັບ ຮອງແຊັມເກົ່າ ຝຣັ່ງ ເກັບໄຊຊະນະໄດ້ນັດທໍາອິດ ພ້ອມກັບໂອກາດເຂົ້າຮອບໄວ້ສົດໃນ ໂດຍມີ 3 ຄະແນນເທົ່າກັນ, ສ່ວນ ທີມຊາດເຢຍລະມັນ ກັບ ທີມຊາດຮົງກາລີ ຍັງບໍ່ມີຈັກຄະແນນຕ້ອງລຸ້ນເມື່ອຍໃນອີກ 2 ນັດສຸດທ້າຍ ເຊິ່ງນັດຕໍ່ໄປກຸ່ມ F ຈະກັບມາແຂ່ງຂັນໃນວັນທີ 19 ມິຖຸນາ 2021 ຮົງກາລີ ພົບ ຝຣັ່ງ ເວລາ 20:00 ໂມງ ແລະ ປ໊ອກຕຸຍການ ພົບ ເຢຍລະມັນ ເວລາ 23:00 ໂມງ.