7 ເມືອງ 56 ບ້ານ 5.248 ຄອບຄົວ ຂອງແຂວງໄຊຍະບູລີ ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຄວາມເສຍຫາຍເບື້ອງຕົ້ນເກືອບ100ຕື້ກີບ

791

7 ເມືອງ 56 ບ້ານ ມີ 5.248 ຄອບຄົວ ຂອງແຂວງໄຊຍະບູລີ ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ, ໃນນີ້ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫຼາຍກວ່າໝູ. ເຮືອນປະຊາຊົນເປເພເສຍຫາຍ 4.221 ຫຼັງຄາເຮືອນ, ພາຫະນະລົດໃຫຍ່ຈົມນໍ້າເປເພ 472 ຄັນ, ເສັ້ນທາງຖືກຕັດຂາດເສຍຫາຍ 25 ເສັ້ນ, ຈັກສູບນໍ້າປະປາຖືກນໍ້າຖ້ວມເປເພ ເຮັດໃຫ້ທົ່ວເມືອງໄຊຍະບູລີ ບໍ່ສາມາດນໍາໃຊ້ນໍ້າປະປາໄດ້ ລວມມູນຄ່າເສຍຫາຍເບື້ອງຕົ້ນເກືອບ100ຕື້ກີບ.


ໃນວັນທີ 16 ມິຖຸນາ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງກວດກາພື້ນທີ່ນໍ້າຖ້ວມຢູ່ເມືອງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ແລະ ເມືອງ ໄຊຍະບູລີ.


ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບຄວາມເສຍຫາຍຂອງໄພນໍ້າຖ້ວມ ວ່າ: ການຈັດຕັ້ງປະຕິບັດໃນການແກ້ໄຂຊ່ວຍເຫຼືອສຸກເສີນໄພພິບັດ, ທາງຄະນະນໍາຂອງແຂວງ, ຂອງເມືອງ ກໍ່ຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ສົມທົບກັບກອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມຢູ່ພາຍໃນເມືອງ ຮ່ວມກັບພະແນກການອ້ອມຂ້າງແຂວງ ລົງຊ່ວຍເຫຼືອໃນການຕອບໂຕ້ໄພພິບັດໃນເບື້ອງຕົ້ນເຊັ່ນ: ເຄື່ອນຍ້າຍປະຊາຊົນຜູ້ທີ່ຕົກຢູ່ໃນໄພອັນຕະລາຍ ແລະ ວັດຖຸສິ່ງຂອງທີ່ຈໍາເປັນຈໍານວນໜຶ່ງ ໄປຢູ່ຈຸດປອດໄພ, ຊຶ່ງມີກໍາລັງພົນຊ່ວຍເຫຼືອທັງໝົດ 1.250 ຄົນ, ມີພາຫະນະຮັບໃຊ້ປະເພດລົດບັນທຸກ ຈໍານວນ 30 ຄັນ, ເຮືອກູ້ໄພ-ເຮືອກູ້ຊີບ-ເຮືອທ້ອງແບນ ຈໍານວນ 7 ລໍາ; ໃນນັ້ນ ການນໍາຂອງແຂວງຫຼວງພະບາງ ກໍໄດ້ສົ່ງທີມງານຄຸ້ມຄອງໄພພິບັດ ແລະ ໜ່ວຍກູ້ໄພ, ກໍາລັງກອງບັນຊາການທະຫານເມືອງນານ ພ້ອມພາຫະນະລົດລາກແກ່ ແລະ ລົດບັນທຸກມາຊ່ວຍ, ໄດ້ແກ້ໄຂບັນເທົາທຸກເບື້ອງຕົ້ນ ເປັນປະເພດເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ພ້ອມທັງລະດົມທຶນຈາກທຸກພາກສ່ວນ ເພື່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົນ.

ພາບນໍ້າຖ້ວມ ເທດສະບານແຂວງໄຊຍະບູລີ ຄັ້ງວັນທີ 14 ມິຖຸນາ 2021(ຮູບໂດຍ:Mr. Bay Discovery Laos)

ຜົນເສຍຫາຍ ຈາກການເອົາຂໍ້ມູນເບື້ອງຕົ້ນລວມມີ 56 ບ້ານ, ມີ 5.248 ຄອບຄົວ, ຈໍານວນພົນ 20.992 ຄົນ, ຍິງ 8.920 ຄົນ (ສະເພາະເມືອງໄຊຍະບູລີໄດ້ຮັບຜົນກະທົບ 39 ບ້ານ), ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ 94 ຕື້ກີບ.
ເຮືອນປະຊາຊົນເປເພເສຍຫາຍ 4.221 ຫຼັງຄາເຮືອນ, ໃນນັ້ນ ມີເຮືອນປະຊາຊົນ 19 ຫຼັງໄດ້ຖືກນໍ້າພັດໄຫຼໜີ,ໄຟຟ້າໄດ້ຖືກຕັດຂາດ 16 ບ້ານ (ສາມາດແກ້ໄຂໄດ້ແລ້ວ 7 ບ້ານ, ຍັງ 9 ບ້ານແກ້ໄຂບໍ່ທັນສໍາເລັດ), ໝໍ້ນັບໄຟຖືກນໍ້າຖ້ວມເສຍຫາຍ 6.050 ໜ່ວຍ (ໃນນີ້ບໍ່ສາມາດໃຊ້ໄດ້ 3,500 ໜ່ວຍ), ເສົາໄຟຟ້າລົ້ມ 7 ຕົ້ນ ແລະ ຕາຂາຍໄຟຟ້າຖືກຕັດຂາດ 3 ຈຸດ ສ້ອມແປງຄືນໄດ້ແລ້ວ 1 ຈຸດ ຍັງ 2 ຈຸດ.

ພາບນໍ້າຖ້ວມ ເທດສະບານແຂວງໄຊຍະບູລີ ຄັ້ງວັນທີ 14 ມິຖຸນາ 2021(ຮູບໂດຍ:Mr. Bay Discovery Laos)

ຈັກສູບນໍ້າປະປາຖືກນໍ້າຖ້ວມເປເພ ເຮັດໃຫ້ທົ່ວເມືອງໄຊຍະບູລີບໍ່ສາມາດນໍາໃຊ້ນໍ້າປະປາໄດ້, ເສັ້ນທາງຖືກຕັດຂາດເສຍຫາຍ 25 ເສັ້ນ, ຂົວເບຕົງ 5 ແຫ່ງ, ທໍ່ດາໂລ 3 ແຫ່ງ, ຂົວອູ່ເປ່ເພ 1ແຫ່ງ, ມີພາຫະນະລົດໃຫຍ່ຈົມນໍ້າເປເພ 472 ຄັນ, ລົດຈັກຈົມນໍ້າເປເພ 4.840 ຄັນ, ເຂົ້າສານຖືກນໍ້າຖ້ວມເສຍ 300 ໂຕນ, ໜອງປາ 240 ໜອງ, ສະເພາະນໍ້າຖ້ວມຄັ້ງນີ້ແມ່ນບໍ່ມີຄົນເສຍຊີວິດ.


ໂອກາດດັ່ງກ່າວ ທ່ານ ນາງ ໃບຄໍາ ຂັດທິຍະ ກໍໄດ້ໃຫ້ທິດທາງໃນການແກ້ໄຂ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນໃນເບື້ອງຕົ້ນ ເພື່ອໃຫ້ແຂວງກໍຄືບັນດາເມືອງທີ່ຖືກຜົນກະທົບຄັ້ງນີ້ໃຫ້ກັບມາສູ່ສະພາບປົກກະຕິ, ຈາກນັ້ນກໍໄດ້ລົງເບິ່ງຕົວຈິງຢູ່ບັນດາບ້ານ ແລະ ໄດ້ມອບເງິນຈໍານວນໜຶ່ງໃຫ້ແຂວງເພື່ອຊ່ວຍເຫຼືອ ແລະ ຟື້ນຟູຕໍ່ໄປ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ