ເຊຍເຕັມທີ່ ຕະ ອ່ອນຄໍາ ແກ້ວມະນີ ຜູ້ເຂົ້າປະກວດເວທີ Mister International Laos 2021

717

ເວທີຜ່ານມາໄດ້ເປັນຮອງ ແຕ່ມັນຄືບົດຮຽນ ຫລື ການກັບມາເທື່ອນີ້ ຈະເອົາຕຳແຫນ່ງ Mister International Laos 2021 ໄປຄອງ ສົ່ງກຳລັງໃຈໃຫ້ຫນຸ່ມຫລໍ່ MRL020 ອ່ອນຄໍາ ແກ້ວມະນີ ຫລື ຕະ ເພື່ອໃຫ້ໄດ້ເຂົ້າເຖິງຮອບ20 ຄົນ ປັດຈຸບັນ ຕະອາຍຸ 27ປີ ຈາກແຂວງຫລວງພະບາງ ຍັງຮຽນ ແລະ ເຮັດວຽກໄປພ້ອມ.

ຫນຸ່ມຕະ ໄດ້ໃຫ້ສຳພາດວ່າ: ເຄີຍປະກວດເວທີ Mister Power Man Laos ໄດ້ຮອງອຳດັບ2 ແລະ ໄດ້ລາງວັນໂຊຄວາມສາມາດພິເສດ ເຊິ່ງຈາກເວທີນັ້ນເອງກໍໄດ້ປະສົບການຫລາຍຢ່າງ ຈາກທີ່ເປັນຄົນບໍ່ກ້າເວົ້າເປັນຄົນຂີ້ອາຍ ບໍ່ກ້າສະແດງອອກ ໄດ້ປ່ຽນເຮັດໃຫ້ເຮົາກ້າເວົ້າກ້າສະແດງອອກ ແລະ ຍັງໄດ້ໄປຊ່ວຍເຫລືອຄົນທຸກຍາກອີກດ້ວຍ ແລະ ເວທີນີ້ເປັນອີກເວທີຫນຶ່ງທີ່ເຮັດໃຫ້ຕົນເອງໄດ້ຮູ້ຈັກຫມູ່ຄູ່ຫລາຍຄົນ ຢາກຈະໃຊ້ໂອກາດນີ້ຊ່ວຍເຫລືອຄົນລາວດ້ວຍກັນ.

ສ່ວນຄວາມໄຝ່ຝັນຂອງຕົນກ່ຽວກັບເວທີ Mister international Laos 2021 ຕະເອງຢາກເຂົ້າຮ່ວມ ບໍ່ຢາກໃຫ້ອາຍຸຈະກາຍໄປໂດຍບໍ່ໄດ້ເຮັດຫຍັງ ຈຶ່ງຢາກມາປະກວດອີກຄັ້ງເພາະເຮົາຈະບໍ່ຢຸດການຮຽນຮູ້ ແລະ ເອົາປະສົບການ ບວກກັບຕົນເອງມັກໃນວົງການບັນເທິງຢູ່ແລ້ວຈຶ່ງໄດ້ຕັດສິນໃຈເຂົ້າປະກວດອີກຄັ້ງ.

ສໍາລັບ ຄຳຄົມ ແລະ ຄະຕິປະຈຳໃຈທີ່ໃຊ້ກັບຕົນເອງ ມາໂດຍຕະຫລອດກໍ່ຄື “ ຊີວິດເຮົາຜ່ານມາເທົ່າໃດເຮົາຮູ້  ແຕ່ເຫລືອເທົ່າໃດບໍ່ຮູ້  ໃຊ້ເວລາທີ່ເຫລືອຢູ່ໃຫ້ຄຸ້ມຄ່າ ແລະ ເກີດປະໂຫຍດໃຫ້ຫລາຍສຸດ ” ຖ້າໄດ້ເປັນຕົວແທນຂອງປະເທດລາວ ໃນເວທີສາກົນ ສິ່ງທີ່ຢາກໂຊກໍຄື ຮີດເຜົ່າກຶມມຸ ຂອງຕົນເອງ ເພາະຕະເປັນຄົນຊົນເຜົ່າກຶມມຸ  ຈະໂຊຫຍັງນັ້ນຝາກໃຫ້ທຸກຄົນຕິດຕາມເດີ ຮັບຮອງວ່າເດັດແນ່ນອນ.

ສິ່ງທີ່ຄິດວ່າ ເປັນຈຸດເດັ່ນຂອງຕົນເອງທີ່ຈະສາມາດເອົາຊະນະໃຈຄະນະກຳມະການ ແລະ ໄດ້ຕຳແຫນ່ງກໍ່ຄື ດຶງເອົາຄວາມເປັນຕົວເອງອອກມາ ແລະຄວາມຫມັ້ນໃຈ ແຕ່ສິ່ງສຳຄັນທີ່ສຸດເລີຍຄືຈະບໍ່ເຮັດຕົວຄືນ້ຳເຕັມແກ້ວ ຕ້ອງພໍດີພໍເຫມາະ ແລະ ຕ້ອງມີໄວພິບໃນການຕອບຄຳຖາມທີ່ກຳມະການຈະຖາມໃຫ້ໄດ້ດີ ແລະ ໃນການກຽມຕົວ ສໍາລັບການປະກວດ ຕ້ອງກຽມພ້ອມ ການເດີນແບບ ແລະ ກຽມທາງດ້ານຄວາມສາມາດພິເສດ ເພື່ອທີ່ຈະໂຊໃຫ້ຄະນະກໍາມະການ ແລະ ທຸກໆຄົນໄດ້ເຫັນ ໃຫ້ມີຄວາມປະທັບໃຈ.

ສໍາລັບ ຕະແລ້ວກິດຈະກຳຍາມວ່າງ ສ່ວນຫລາຍແມ່ນຈະອະນາໄມເຮືອນ ຖາງຫຍ້າ ປັດກວດບໍລິເວນອ້ອມຮອບເຮືອນຈັດແຕ່ງຕົ້ນໄມ້ດອກໄມ້ ແລະ ປູກຜັກໄວ້ກິນ  ເພາະປອດສານເຄມີ ແລະ ດີຕໍ່ສຸຂະພາບ ສຸດທ້າຍຂໍຝາກທຸກຄົນຕິດຕາມ ຝາກເຊຍໃຫ້ກຳລັງໃຈບ່າວຫລວງພະບາງຄົນນີ້ແດ່ໂອ ຂໍຂອບໃຈຫລາຍໆ ທຸກຄົນສາມາດໂຫວດ ແລະ ເຊຍເພື່ອເປັນກໍາລັງໃຈໃຫ້ຫນຸ່ມຕະໄດ້ ຜ່ານທາງເຟສບຸກສ່ວນຕົວ Linta Keomany ແລະ ເພຈ ຂອງ Mister Laos Mister International Laos.