ໄຟຟ້າລາວ ສາຂາແຂວງໄຊຍະບູລີ ເລັ່ງການແກ້ໄຂລະບົບຈໍາໜ່າຍໄຟຟ້າ ພາຍໃນແຂວງ

475

ຈາກເຫດການນໍ້າຮຸ່ງໄຫຼເຂົ້າຖ້ວມເທດສະບານແຂວງໄຊຍະບູລີ ໃນວັນທີ 14 ມິຖຸນາ 2021 ຜ່ານມາ, ນອກຈາກຈະເຮັດໃຫ້ເຮືອນຊານ, ຊັບສິນຂອງພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍຫາຍແລ້ວ ລະບົບໄຟຟ້າພາຍໃນແຂວງກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນ.

ດັ່ງນັ້ນ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊຍະບູລີ ເລັ່ງເກັບກູ້ລະບົບຈໍາໜ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸໂຄກຸມະ ໃນລະຫວ່າງວັນທີ 12-14 ທີ່ຜ່ານມາເກີດມີພາຍຸພັດຜ່ານແຂວງໄຊຍະບູລີ ຢ່າງໜັກໜ່ວງ ເຮັດໃຫ້ລະບົບຈໍາໜ່າຍໄຟຟ້າຮັບຜົນກະທົບ ແລະ ອຸປະກອນໄຟຟ້າເສຍຫາຍເປັນຈໍານວນຫຼາຍ.

ມາຮອດວັນທີ 15 ມິຖຸນາ ຟຟລ ໄຊຍະບູລີ ເລັ່ງສ້ອມແປງລະບົບໄຟຟ້າທີ່ໄດ້ຮັບຄວາມເສຍຫາຍຈາກຜົນກະທົບດັ່ງກ່າວ, ເຊິ່ງຜົນເສຍຫາຍໃນຄັ້ງນີ້ແມ່ນໄດ້ກວມເອົາ ໝໍ້ນັບໄຟທັງໝົດ 6.050 ໜ່ວຍ, ລະບົບຕາຂ່າຍພາກ 22 kV, ເສົາ 12 ແມັດລົ້ມຈໍານວນ 08 ຕົ້ນ, ໃນນີ້ເມືອງໄຊສະຖານ 06 ຕົ້ນ, ບ້ານຜາຊ້າງ 01 ຕົ້ນແລະ ບ້ານຫາດຮ່ອມ 01 ຕົ້ນ, ເສົາ ຕາຂ່າຍ 0,4 kV ຫັກ 01 ຕົ້ນ ປະເມີນຄວາມເສຍຫາຍເກືອບ 4 ຕື້ກວ່າກີບ.