ປກສ ເມືອງປາກກະດິງ ຈັບກຸ່ມຄ້າຢາເສບຕິດໄດ້ 4 ຄົນ ລວມຂອງກາງ 156.479 ເມັດ

1788

ຕົ້ນເດືອນມິຖຸນາ 2021 ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ສົມທົບກັບກຳລັງວິຊາສະເພາະ ເຂົ້າມ້າງກຸ່ມແກ້ງຄະດີເສບ ແລະ ຄ້າ-ຂາຍຢາເສບຕິດ ຢູ່ເຂດເຂື່ອນນໍ້າກະດິງ ສາມາດກັກຕົວ ທ້າວ ພຸດ ອາຍຸ 27 ປີ ຢູ່ບ້ານນໍ້າສະນາມ ເມືອງຄູນຄໍາ ແຂວງຄໍາມ່ວນ ພ້ອມຂອງກາງຢາບ້າ 688 ເມັດ ໄປຂະຫຍາຍຜົນຈົນສາມາດຈັບພັກພວກໄດ້ອີກ 3 ຄົນ ຊື່ ທ້າວ ໂຮມ ອາຍຸ 19 ປີ ຢູ່ບ້ານນາຫຼວງໃຕ້, ທ້າວ ພຸດ ອາຍຸ 23 ປີ ບ້ານທົ່ງນາມີ ແລະ ທ້າວ ສົມບຸນຊົ່ງ ອາຍຸ 25 ປີ ບ້ານທົ່ງນາມີ ທັງ 3 ຄົນ ຢູ່ເມືອງປາກກະດິງ ພ້ອມຢາບ້າ 155.791 ເມັດ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ໃຫ້ຮູ້ວ່າ: ເວລາປະມານ 20:00 ໂມງ ຂອງວັນທີ 2 ມິຖຸນາ 2021,ເຈົ້າໜ້າທີ່ໄດ້ຈັບຕົວ ທ້າວ ພຸດ ຢູ່ເຂື່ອນນໍ້າກະດິງ ມາສອບສວນ,ເຊີ່ງຜູ້ກ່ຽວໄດ້ໃຫ້ການຊັດທອດຫາຜູ້ຮ່ວມຂະບວນການ, ມາຮອດວັນທີ 4 ມິຖຸນາ 2021 ກໍສາມາດກັກຕົວ ທ້າວ ໂຮມ ພ້ອມຂອງກາງຢາບ້າ 200 ເມັດ ໄດ້ຢູ່ເຂດບ້ານວຽງຄໍາ ເມືອງປາກກະດິງ ມາດໍາເນີນສອບສວນ, ຈົນຕິດ ຕາມຈັບຕົວທ້າວ ພຸດ ໄດ້ຢູ່ເຂດບ້ານວຽງຄໍາ ພ້ອມຢາບ້າ 6.554 ເມັດ ໄປສອບຂະຫຍາຍຜົນ.


ມາຮອດວັນທີ 7 ມິຖຸນາ 2021 ກໍສາມາດຈັບຕົວ ທ້າວ ສົມບຸນຊົ່ງ ໄດ້ຢູ່ເຂດບ້ານນ້ຳສາງ ເມືອງປາກກະດິງ. ຫຼັງຈາກນັ້ນ, ຈຶ່ງໄດ້ປະສານຫາອົງ ການໄອຍະການປະຊາຊົນ ເຂດ 1 ເມືອງປາກຊັນ ເພື່ອຂໍຄໍາສັ່ງກວດຄົ້ນເຮືອນ ຕາມຂັ້ນຕອນຂອງກົດໝາຍ, ຜ່ານການກວດຄົ້ນເຮືອນຂອງທ້າວ ສົມບຸນຊົ່ງ ພົບຢາບ້າ ຈໍານວນ 74 ມັດ ກັບ 6 ຖົງ ລວມມີ 149.037 ເມັດ, ປືນແກັບ 1 ກະບອກ, ປືນດັດແປງຍິງລູກ AK ຈຳ ນວນ1 ກະບອກ ພ້ອມລູກກະປືນ 15 ລູກ ຈຶ່ງໄດ້ກັກຕົວໄປດໍາເນີນຄະດີຕາມກົດໝາຍ.