ອິດສະຣາແອນ ຈັດຕັ້ງລັດຖະບານປະສົມຊຸດໃໝ່

283

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເບນຈາມິນ ເນທັນຢາຮູ ອະດີດນາຍົກລັດຖະມົນຕີຂອງອິດສະຣາແອນ ທີ່ຄອງຕຳແໜ່ງມາຍາວນານ 12 ປີ ໄດ້ພົ້ນຈາກຕຳແໜ່ງແລ້ວ, ຫຼັງຈາກທີ່ລັດຖະສະພາອິດສະຣາແອນໄດ້ຮັບຮອງເອົາລັດຖະບານປະສົມຊຸດໃໝ່ຢ່າງເປັນທາງການ ດ້ວຍຄະແນນສຽງ 60 ຕໍ່ 59 ສຽງ ເມື່ອວັນທີ 13 ມິຖຸນາຜ່ານມາ ຕາມເວລາທ້ອງຖິ່ນ.
ທ່ານ ນາຟຕາລີ ເບນເນັດ ຫົວໜ້າພັກ ຢາມີນາ ເຊິ່ງເປັນພັກການເມືອງຊາດນິຍົມຝ່າຍ ຂວາ ໄດ້ສາບານຕົນເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີ ຄົນໃໝ່ ຂອງອິດສະຣາແອນ.

ທ່ານ ເນທັນຢາຮູ ທີ່ຄອງຕຳແໜ່ງນາຍົກລັດຖະມົນຕີອິດສະຣາແອນ ມາຍາວນານ 12 ປີ ຕ້ອງພົ້ນຈາກຕຳແໜ່ງ ຫຼັງຈາກທີ່ຜົນການເລືອກຕັ້ງເມື່ອປີ 2019 ເຖິງວ່າຈະໄດ້ຄະແນນສຽງສ່ວນຫຼາຍ ແຕ່ບໍ່ສາມາດຈັດຕັ້ງລັດຖະບານພັກດຽວໄດ້, ໃນຂະນະທີ່ພັກການເມືອງອື່ນກໍບໍ່ຢາກເຂົ້າຮ່ວມລັດຖະບານນຳ ຈຶ່ງເປັນໂອກາດຂອງພັກຝ່າຍຄ້ານທີ່ຮວບຮວມສຽງສ່ວນຫຼາຍໃນສະພາ ແລະ ຈັດຕັ້ງລັດຖະບານປະສົມຂຶ້ນ.

ພາຍໃຕ້ຂໍ້ຕົກລົງລັດຖະບານປະສົມຄັ້ງນີ້ ທ່ານ ເບນເນັດ ຈະດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ເປັນເວລາ 2 ປີ ຈາກວາລະ 4 ປີ, ຫຼັງຈາກນັ້ນຈະມອບຕຳແໜ່ງໃຫ້ແກ່ ທ່ານ ຢາອີ ລາປິດ ອະດີດຜູ້ນຳຝ່າຍຄ້ານໃນສະພາ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອິດສະຣາແອນ 2 ປີ.