ຫົວເຫວີຍ ກຽມພັດທະນາເຕັກໂນໂລຊີລົດໄຮ້ຄົນຂັບ

385

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດຫົວເຫວີຍ ເຕັກໂນໂລຊີຂອງ ສປ ຈີນ ມີແຜນພັດທະນາເຕັກໂນໂລຊີລົດບໍ່ມີຄົນຂັບພາຍໃນປີ 2025 ນີ້ ໃຫ້ໄດ້ນຳໃຊ້.

ທ່ານ ຫວັງ ຈຸ້ນ ຜູ້ບໍລິຫານອາວຸໂສຂອງ ບໍລິສັດຫົວເຫວີຍ ເຕັກໂນໂລຊີ ເປີດເຜີຍເມື່ອວັນທີ 10 ມິຖຸນາ 2021 ວ່າ: ເປົ້າໝາຍຂອງພວກເຮົາຄືການພັດທະນາເຕັກໂນໂລຊີລົດແບບບໍ່ມີຄົນຂັບໃຫ້ສຳເລັດໃນປີ 2025.
ທັງນີ້, ບໍລິສັດສະຕາດອັບ ຜູ້ຜະລິດລົດຍົນ ແລະ ບໍລິສັດເຕັກໂນໂລຊີລາຍໃຫຍ່ຫຼາຍແຫ່ງ ໂດຍສະເພາະແມ່ນຜູ້ນຳການຄົ້ນຫາທາງອິນເຕີເນັດຢ່າງບໍລິສັດໄປ່ຕູ້ ອິ້ງ ກຳລັງເລັ່ງດຳເນີນການກ່ຽວກັບການພັດທະນາລະບົບລົດບໍ່ມີຄົນຂັບ ເຊິ່ງຄາດວ່າຈະນຳມາເຊິ່ງການປ່ຽນແປງຄັ້ງຍິ່ງໃຫຍ່ທີ່ສຸດໃນອຸດສາຫະກຳຂົນສົ່ງ.

ດັ່ງນັ້ນ, ຫົວເຫວີຍ ຈຶ່ງໄດ້ຂະຫຍາຍທຸລະກິດໄປສູ່ການພັດທະນາລົດໄຟຟ້າອັດສະລິຍະ ເພື່ອຄວາມເຂັ້ມແຂງຂອງທຸລະກິດ, ຫຼັງຈາກທີ່ທຸລະກິດສະມາດໂຟນຂອງຫົວເຫວີຍໃນປະເທດຕາເວັນຕົກຖືກຂວ້ຳບາດທີ່ນຳໂດຍສະຫະລັດອາເມຣິກາ ໂດຍອ້າງວ່າ ຫົວເຫວີຍ ເປັນໄພຄຸກຄາມຕໍ່ອາເມຣິກາ ເຊິ່ງເປັນຂໍ້ກ່າວຫາທີ່ຫົວເຫວີຍປະຕິເສດມາຕະຫຼອດ.