ທໍານາຍນິດໄສຈາກເລກທ້າຍເບີໂທລະສັບ ກວດເບິ່ງເລີຍກົງບໍ່

773

ເປັນອີກໜຶ່ງຄວາມເຊື່ອທີ່ຫຼາຍຄົນຕ້ອງຢາກຮູ້ແນ່ນອນ ເພາະມັນເປັນສິ່ງເບິ່ງໄດ້ງ່າຍ ແລະ ໃກ້ຕົວທີ່ສຸດ ນັ້ນກໍຄືເລກເຮືອນເບີໂທລະສັບ ເຊິ່ງສາມາດບອກລັກສະນະນິດໄສ, ບຸກຄະລິກກະພາບເບື້ອງຕົ້ນໄດ້ ບໍ່ເຊື່ອລອງສັງເກດກັນເບິ່ງ. ດັ່ງນັ້ນ, ຢ່າລໍຊ້າມາເຊັກເບິ່ງນໍາກັນເລີຍວ່າຈະແມ່ນ ຫຼື ກົງຫຼາຍປານໃດ.

May be an image of text

ເລກ 0 ມີໂລກສ່ວນຕົວສູງ ບໍ່ມັກການເປີດເຜີຍ ຫຼື ມັກມີຄວາມລັບ ມັກຄວາມສະຫງົບງຽບ, ບໍ່ມັກຄວາມວຸ່ນວາຍ, ບໍ່ມັກໃຫ້ໃຜມາຫຍຸ້ງວຸ່ນວາຍກັບຊີວິດຕົນ.

ເລກ 1 ຮັກກຽດ ຮັກສັກສີ, ມີຄວາມໃຈຮ້ອນ ບໍ່ມັກງໍ້ໃຜ ມີຄວາມໝັ້ນໃຈໃນຕົວເອງສູງ ເຊື່ອໝັ້ນໃນຄວາມຄິດຂອງຕົນເອງ ມີຄວາມຄິດສ້າງສັນດີ, ຕັດສິນໃຈໄດ້ວ່ອງໄວ ແລະ ເດັດຂາດ, ມີຄວາມເປັນຜູ້ນໍາ.

ເລກ 2 ອາລົມອ່ອນໄຫວ, ໃຈດີ ຂີ້ສົງສານ ມີຄໍາເວົ້າທີ່ມີສະເໜ່ ມີຈິດໃຈເມດຕາກະລຸນາຕໍ່ຜູ້ອື່ນສະເໝີ, ເຫັນໃຜລໍາບາກເດືອດຮ້ອນບໍ່ໄດ້ ຕ້ອງຊ່ວຍເຫຼືອຢ່າງໜ້ອຍທີ່ສຸດກໍຊ່ວຍໃຫ້ກໍາລັງໃຈ ມີ ຄວາມຄິດສ້າງສັນດີ ມີຈິນຕະນາການເປັນເລີດ.

ເລກ 3 ເປັນຄົນດຸໝັ່ນ ອົດທົນ ແຕ່ກໍບວກຄວາມໃຈຮ້ອນ ບໍ່ຢ້ານໃຜ ສຽງດັງ ເວົ້າກົງໄປກົງມາ, ບໍ່ຍອມແພ້ຕໍ່ສິ່ງໃດງ່າຍໆ ຕັດສິນໃຈໄວ ແລະ ເດັດຂາດ ມີຄວາມກະຕືລືລົ້ນສູງ.

ເລກ 4 ຊ່າງເວົ້າຈາ ຄ້າຂາຍເກັ່ງ ຮັກອິດສະຫຼະ, ມັກໂອ້ລົມ, ມັກສົນທະນາ ລວມໄປເຖິງມັກວິຈານ ແຕ່ຂະນະດຽວກັນກໍມັກຄວາມປະນີປະນອມໂອ້ລົມດີກວ່າການແຕກຫັກ ແລະ ມີມະນຸດສໍາພັນດີ.

May be an image of text that says '3 DEF 6 ΜΝΟ 9 WXYZ 999 2 ABC 5 JKL 8 TUV 4 GHI 7'

ເລກ 5 ສະຫຼາດ, ຮຽນຮູ້ໄວ, ເຮັດຫຍັງກໍເນັ້ນຄວາມຮອບຄອບໄວ້ກ່ອນ ເຮັດໃຫ້ການຕັດສິນໃຈອາດຊ້າເລັກໜ້ອຍ ເວົ້າຈາມີເຫດຜົນ, ມີຫຼັກມີການຕະຫຼອດ, ມີຄວາມສົນໃຈໃນການຮຽນຮູ້.

ເລກ 6 ມີສິລະປະ ຮັກ ຄວາມສວຍຄວາມງາມ ແຕ່ງຕົວດີ ມີລົດນິຍົມດີ ມັກສິ່ງທີ່ໃຫ້ຄວາມບັນເທີງໃຈ ມັກການກິນການທ່ຽວ, ຊື້ເຄື່ອງ ມັກກິດຈະກໍາຄວາມສະໜຸກສະໜານລື່ນເລີງ ບໍ່ມັກຄວາມລໍາບາກ.

ເລກ 7 ມີມານະອົດທົນເປັນຢ່າງຍິ່ງ ມີຄວາມຮັບຜິດຊອບສູງ ສາມາດທົນກັບ ຄວາມກົດດັນ ແລະ ທົນຕໍ່ ຄວາມອິດເມື່ອຍ ຫຼື ທົນຕໍ່ ຄວາມຍາກລໍາບາກໄດ້ດີ ເຮັດຫຍັງມັກວາງແຜນ ຫຼື ຄິດຫຼາຍໄວ້ກ່ອນ.

ເລກ 8 ສະຫຼາດທັນຄົນ ຈອມແຜນການ ຮັກໝູ່, ເຂົ້າສັງຄົມ ຫຼື ເຂົ້າກັບຄົນໄດ້ທຸກລະດັບ, ໃຈກວ້າງ ມີນໍ້າໃຈ, ກ້າສ່ຽງ ກ້າໄດ້ກ້າເສຍ ແຕ່ກໍຄໍານຶງເຖິງຜົນໄດ້ຮັບຫຼາຍ ກວ່າວິທີການວ່າຈະຖືກຕ້ອງ ຫຼື ບໍ່.

ເລກ 9 ມີລາງສັນຫອນດີເປັນເລີດ, ມັກມີສໍາຜັດພິເສດທີ່ສໍາຜັດໄດ້ເຖິງສິ່ງລີ້ລັບໃນຮູບແບບຕ່າງໆ ມັກຄວາມສະຫງົບຫຼາຍກວ່າຄວາມວຸ່ນວາຍ, ມັກເດີນທາງ ຫຼື ເປັນຊີວິດທີ່ບໍ່ຄ່ອຍຢູ່ນິ້ງຢູ່ບ່ອນເກົ່າ.

ທີ່ມາ: https://funnews.info/2358/