ກຸ່ມ G7 ເປີດຕົວໂຄງການໃໝ່ ” Build Back Better World “

704

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນກອງປະຊຸມສຸດຍອດຜູ້ນຳປະເທດອຸດສາຫະກຳຊັ້ນນຳ 7 ປະເທດ ( G7 ) ຈັດຂຶ້ນທ້າຍອາທິດຜ່ານມາ ທີ່ສະຫະຣາຊະອານາຈັກ ໄດ້ເປີດຕົວໂຄງການໃໝ່ທີ່ມີຊື່ວ່າ: ” Build Back Better World ” ເພື່ອລະດົມເງິນທຶນກໍ່ສ້າງພື້ນຖານໂຄງລ່າງໃນບັນດາປະເທດກຳລັງພັດທະນາ ເພື່ອເປັນທາງເລືອກໃໝ່ ນອກເໜືອຈາກໂຄງການຍຸດທະສາດ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ.

ການບັນລຸຂໍ້ຕົກລົງໃນໂຄງການດັ່ງກ່າວນີ້ ເກີດຂຶ້ນຫຼັງຈາກທີ່ຜູ້ນຳອັງກິດ, ການາດາ, ຝຣັ່ງ, ເຢຍລະມັນ, ອິຕາລີ, ຍີ່ປຸ່ນ, ອາເມຣິກາ ແລະ ສະຫະພາບເອີຣົບ ໄດ້ປຶກສາຫາລືກັນ ແລະ ຕົກລົງສ້າງຕັ້ງໂຄງການໃໝ່ນີ້ຂຶ້ນ ໂດຍພາກລັດຈະຮ່ວມມືກັບພາກເອກະຊົນລະດົມເງິນໃຫ້ໄດ້ຫຼາຍຮ້ອຍຕື້ໂດລາສະຫະລັດ ເຂົ້າໃນໂຄງການດັ່ງກ່າວ ເພື່ອນຳໄປປັບປຸງໂຄງສ້າງພື້ນຖານໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ແລະ ປະເທດກຳລັງພັດທະນາໃນອະນາຄົດ.

ລາຍງານລະບຸວ່າ: ໂຄງການດັ່ງກ່າວນີ້ ເພື່ອເປັນທາງເລືອກໃໝ່ ເຊິ່ງຈະກວມເອົາທົ່ວໂລກຕັ້ງແຕ່ພາກພື້ນອາເມຣິກາລາຕິນ, ອາຟຣິກກາ ຈົນຮອດພາກພື້ນອິນໂດ – ປາຊີຟິກ.