ຄືນນີ້ 2 ຍັກໃຫຍ່ແຫ່ງເອີຣົບ ຝຣັ່ງ-ເຢຍລະມັນ ຕ້ອງພົບກັນແຕ່ນັດທໍາອິດຂອງ ຢູໂຣ 2020

604

ເປັນອີກນັດທີ່ແຟນບານບໍ່ຢາກໃຫ້ພົບກັນຕັ້ງແຕ່ນັດທໍາອິດຂອງຮອບແບ່ງກຸ່ມຢ່າງ ທີມຊາດຝຣັ່ງ ຈະລົງສະໜາມພົບກັບ ທີມຊາດເຢຍລະມັນ 2 ຊາດຍັກໃຫຍ່ໃນພາກພື້ນເອີຣົບ ທີ່ເຄີຍປະສົບຜົນສໍາເລັດມາແລ້ວໃນປະຫວັດສາດການແຂ່ງຂັນບານເຕະລາຍການທີ່ໃຫຍ່ທີ່ສຸດກໍຄືບານໂລກ ແຕ່ຄັ້ງນີ້ທັງສອງທີມຕ້ອງວັດກັນຕັ້ງແຕ່ນັດທໍາອິດໃນການແຂ່ງຂັນບານເຕະ ຢູໂຣ 2020 ທີ່ຈະແຂ່ງຂັນໃນຄໍ່າຄືນຂອງວັນທີ 15 ມິຖຸນາ 2021 ( ເວລາ 2:00 ໂມງຂອງວັນທີ 16 ມິຖຸນາ 2021 ຕາມເວລາໃນບ້ານເຮົາ ).

ແນ່ນອນວ່ານັດທໍາອິດສໍາຄັນທີ່ສຸດຂອງທີມສອງທີມດັ່ງກ່າວ ເພາະວ່າຖ້າຫາກທີມໃດເສຍຈະມີງານໜັກລໍຖ້າຢູ່ດ້ວຍການວັດເຂົ້າຮອບກັບ ປ໊ອກຕຸຍການ ແຊັມເກົ່າ ຢູໂຣ 2016 ແລະ ຮົງກາລີ ເຈົ້າພາບ; ຈາກການແຂ່ງຂັນ ຢູໂຣ 2020 ມີທັງໝົດ 6 ກຸ່ມເຫັນວ່າກຸ່ມນີ້ ( ກຸ່ມ F ) ກຸ່ມຍາກທີ່ສຸດເພາະມີທີມທີ່ແຂງໆທັງໝົດ. ຢ່າງໃດກໍຕາມ ມື້ນີ້ເຮົາມາເນັ້ນເບິ່ງຄູ່ບິກແມັດລະຫວ່າງ ທີມຊາດຝຣັ່ງ ກັບ ເຢຍລະມັນ ກັນກ່ອນ.

ເລີ່ມກັນທີ່ທີມຊາດຝຣັ່ງ ກາຍເປັນເຕັງ 1 ສໍາລັບ ຢູໂຣ 2020 ເນື່ອງຈາກປັດຈຸບັນເປັນທີມທີ່ແຂງທີ່ສຸດຈາກຜົນງານ ຄວ້າແຊັມບານໂລກ 2018 ທີ່ປະເທດບຣາຊິນ ແລະ ຍັງເປັນຖານະຮອງແຊັມຢູໂຣ ອີກດ້ວຍ ເຊິ່ງຝຣັ່ງ ຜ່ານເຂົ້າຮອບສຸດທ້າຍບານເຕະ ຢູໂຣ 2020 ດ້ວຍການຊະນະ 8 ຈາກ 10 ນັດເປັນອັນດັບ 1 ຂອງກຸ່ມຍິງປະຕູໃນຮອບນີ້ 25 ໜ່ວຍ.

ນັກເຕະທີມຊາດຝຣັ່ງ ທີ່ໜ້າຕິດຕາມ ແລະ ຢູ່ໃນແຖວໜ້າຂອງນໍາໂດຍ ຄີລຽນ ເອັມບັບເປ, ອອງຕວນ ກຣີຊມັນ, ຄິງສ໌ເລ ໂກມັນ, ປອລ ປ໊ອກບາ, ກອງເຕ, ຣາຟາແອລ ວາຣານ ແລະ ເບນເຊມາ ທີ່ສ້າງຄວາມຕື່ນເຕັ້ນດ້ວຍການກັບມາຮັບໃຊ້ທີມຊາດ ໃນຮອບຫຼາຍກວ່າ 5 ປີ.

ນັກເຕະຄວາມຫວັງ ຫຼື ຄີແມນຂອງ ຝຣັ່ງ ຍັງຢູ່ທີ່ ເອັມບັບເປ ເຊິ່ງຟອມໃນການຫຼິ້ນໃຫ້ກັບສະໂມສອນ ປາຣີສ ແຊັງແຊກແມງ ທີມຊັ້ນນໍາຂອງຝຣັ່ງ ລະດູການຫຼ້າສຸດຍິງໄປ 27 ປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງອີກ 7 ປະຕູ, ສ່ວນຜົນງານໃນທີມຊາດແມ່ນສຸດຍອດດ້ວຍການພາທີມຊາດຝຣັ່ງ ປະສົບຜົນສໍາເລັດໃນການຄວ້າແຊັມບານໂລກ 2018.

ຂະນະທີ່ ທີມຊາດເຢຍລະມັນ ນັດນີ້ເປັນນັດລ້າງຕາກັບ ຝຣັ່ງ ເນື່ອງຈາກ ເຢຍລະມັນ ເສຍ ແລະ ຕົກຮອບຮອງຊະນະເລີດດ້ວຍການເສຍໃຫ້ກັບ ຝຣັ່ງ 0-2 ໃນຢູໂຣ 2016, ສ່ວນໃນບານໂລກ 2018 ເຢຍລະມັນ ກໍຟອມຕົກທັງທີ່ເປັນແຊັມເກົ່າ ແຕ່ຕົກຮອບແບ່ງກຸ່ມໄປແບບສຸດຊ໊ອກດ້ວຍການເປັນອັນດັບສຸດທ້າຍຂອງກຸ່ມ ຈາກການມີພຽງ 1 ຄະແນນຈາກ 3 ນັດ.

ຢ່າງໃດກໍຕາມ ຢູໂຣ 2020 ເປັນໂອກາດແກ້ຕົວ ແລະ ເຖິງເວລາທີ່ເຢຍລະມັນ ຈະກັບມາບິນໄດ້ອີກຄັ້ງ ເໝືອນກັບການໄດ້ແຊັມຄັ້ງຫຼັງສຸດໃນຢູໂຣ 1996 ຫຼື 25 ປິີທີ່ຜ່ານມາ, ເຊິ່ງ ຢູໂຣ 2020 ເຢຍລະມັນ ເຂົ້າຮອບສຸດທ້າຍດ້ວຍຜົນງານໂດດເດັ່ນຊະນະ 7 ນັດ ແລະ ເສຍ 1 ນັດມີ 21 ຄະແນນໃນຖານະແຊັມກຸ່ມຍິງປະຕູໄປແບບຖະຫຼົ່ມທະລາຍ 30 ປະຕູ.

ນັກເຕະທີ່ໜ້າຕິດຕາມຂອງ ເຢຍລະມັນ ຊຸດນີ້ນໍາໂດຍ ໂທມັສ ມຸລເລີ ແລະ ໂທນີ ໂຄຣສ 2 ນັກເຕະຮຸ່ນອ້າຍທີ່ມີປະສົບການກັບທີມຊາດຫຼາຍປີ. ນອກນັ້ນ ກໍຍັງມີ ເຄວິນ ໂຟລລັນ, ຕິໂມ ແວເນີ ແລະ ນັກເຕະສາຍເລືອກໃໝ່ ໂຄ ຮາແວັດ ອາຍຸພຽງ 21 ປີຈາກເຊລຊີ ແລະ ເປັນນັກເຕະອາຍຸນ້ອຍທີ່ສຸດໃນທີມຊາດເຢຍລະມັນ ຊຸດນີ້.

ນັກເຕະສໍາຄັນຂອງ ເຢຍລະມັນ ຊຸດນີ້ຍົກໃຫ້ ໂຄ ຮາແວັດ ທີ່ລະດູການນີ້ຕ້ອງປະເຄີຍກັບຄວາມທ້າທາຍໃໝ່ຈາກການຍ້າຍຈາກ ໄບເອີ ເລເວີຄູເຊັນ ມາຢູ່ກັບ ເຊລຊີ ໃນລະດູການກ່ອນໜ້ານີ້ ສາມາດງັດຟອມເກັ່ງຊ່ວງທ້າຍລະດູການ ໄດ້ຢ່າງໂດດເດັ່ນສາມາດຢຶືດຕົວຈິງຂອງ ເຊລຊີ ພ້ອມທັງຍັງເປັນຄົນຍິງປະຕູໄຊຊ່ວຍໃຫ້ກັບ ເຊລຊີ ເອົາຊະນະ ແມນເຊັສເຕີ ຊິຕີ້ ຄວ້າແຊັມບານເຕະ ຢູຟາ ແຊັມປ້ຽນລີກ.

ສໍາລັບ ສະຖິຕິການພົບກັນ 4 ນັດຫຼັງສຸດປະກອບມີ: ຝຣັ່ງ ຊະນະ 2-0 ໃນຢູໂຣ 2016, ສະເໝີ 2-2 ນັດອຸ່ນເຄື່ອງປີ 2017, ສະເໝີກັນ 0-0 ໃນຢູຟາ ເນຊັນລີກ 2018 ແລະ ຝຣັ່ງ ຊະນະ 2-1 ໃນຢູຟາ ເນຊັນລີກ 2018.