ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ກັກກັນພືດປະຈຳດ່ານ ທຳລາຍພືດ-ຜັກສິນຄ້າຄວບຄຸມ ທີ່ນຳເຂົ້າບໍ່ຖືກລະບຽບ

922

ໃນວັນທີ 11 ມິຖຸນາ 2021 ທີ່ສະຖານີກັກກັນພືດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນ ຂົວມິດຕະພາບ I ຮ່ວມກັບເຈົ້າໜ້າທີ່ກັກກັນພືດ ປະຈຳດ່ານສາກົນຂົວມິດຕະພາບລາວ-ໄທ I (ນະຄອນຫລວງວຽງຈັນ-ໜອງຄາຍ) ໄດ້ຈັດພິທີທຳ ລາຍພືດຜັກສິນຄ້າຄວບຄຸມ ທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບ, ໂດຍການເຂົ້າຮ່ວມ ຂອງທ່ານ ຂາວພອນ ບາສີໂສມ ຮອງຫົວໜ້າໜ່ວຍງານກວດກາສິນຄ້າ ປະຈຳດ່ານພາສີສາກົນຂົວມິດຕະພາບ I ແລະ ທ່ານ ວັນນາ ຄຳໂພໄຊ ຫົວໜ້າໜ່ວຍງານປ້ອງກັນ ແລະ ກັກກັນພືດ, ພ້ອມດ້ວຍພະນັກງານວິຊາການ ແລະ ຂະແໜງການກ່ຽວຂ້ອງ.


ສຳລັບພືດຜັກທີ່ນຳມາທຳລາຍໃນຄັ້ງນີ້, ແມ່ນໜ່ວຍງານກວດກາສິນຄ້າປະຈຳດ່ານພາສີສາກົນ ຂົວມິດຕະພາບ I ສາມາດຢຶດໄດ້ ໃນວັນທີ 10 ມິຖຸນາ 2021 ທີ່ລັກລອບນຳເຂົ້າຜ່ານດ່ານສາກົນ, ໂດຍບໍ່ມີໃບອະນຸຍາດຢັ້ງຢືນຄຸນນະພາບ ຈາກພາກສ່ວນທີ່ກ່ຽວຂ້ອງ ປະກອບ ມີ: ໝາກເຫລັ່ນຈຳນວນ 675 ກິໂລກຣາມ, ໜໍ່ໄມ້ຝຣັ່ງ 20 ກິໂລກຣາມ ແລະ ຂິງສົດ 114 ກິໂລກຣາມ ລວມນໍ້າໜັກທັງໝົດ 809 ກິໂລກຣາມ.


ທ່ານ ຂາວພອນ ບາສີໂສມ ແຈ້ງໃຫ້ຮູ້ວ່າ: ໃນປີຜ່ານມາ ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນ ຂົວມິດຕະພາບ I ໄດ້ສົມທົບກັບໜ່ວຍງານປ້ອງກັນ ແລະ ກັກກັນພືດ, ປະຕິບັດລະບຽບຕໍ່ຜູ້ກະທໍາຜິດທີ່ ນໍາເຂົ້າສິນຄ້າຄວບຄຸມ ແລະ ຫ້າມນໍາເຂົ້າທີ່ຜິດລະບຽບໄດ້ 11 ຄັ້ງ ຈໍານວນ 13.801 ກິໂລກຣາມ, ຄິດເປັນມູນຄ່າ 76.239.640 ກີບ. ສຳລັບໄລຍະ 6 ເດືອນຕົ້ນປີ, ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນ ຂົວມິດຕະພາບ I ໄດ້ສົມທົບກັບໜ່ວຍງານງານປ້ອງກັນ ແລະ ກັກກັນພືດປະຈຳດ່ານ, ປະຕິບັດລະບຽບຕໍ່ຜູ້ກະທໍາຜິດ ທີ່ນໍາເຂົ້າສິນຄ້າຄວບຄຸມ ແລະ ຫ້າມນໍາເຂົ້າທີ່ຜິດລະບຽບໄດ້ທັງໝົດ 5 ຄັ້ງ ລວມນໍ້າໝັກທັງໝົດ 2.746 ກິໂລກຣາມ, ຄິດເປັນມູນຄ່າປະມານ 11.860.000 ກີບ.


ພ້ອມນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວຄ້າຂາຍ ຈົ່ງໄດ້ກວດສອບສິນຄ້າທີ່ນຳເຂົ້າມາຂາຍໃນ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ໃຫ້ຖືກຕ້ອງຕາມລະບຽບການທີ່ກຳນົດໄວ້ ແລະ ມີໃບອະນຸຍາດຢັ້ງຢືນຄຸນນະພາບ ຈາກພາກສ່ວນທີ່ກ່ຽວຂ້ອງ ບໍ່ມີສານເຄມີປົນເປື້ອນ ແລະ ຂໍຮຽກຮ້ອງໃຫ້ທຸກຄົນຫັນມານຳໃຊ້ ຜະລິດຕະພັນພາຍໃນບ້ານເຮົາໃຫ້ຫລາຍຂຶ້ນ ເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນ ແລະ ທັງເປັນການສົ່ງເສີມຊາວກະສິກອນເຮົານຳອີກ.

ທີ່ມາ:ຂປລ