ວັນນີ້ ທົ່ວປະເທດຕິດເຊື້ອ15ຄົນ, ໃນນີ້໊ໃນຊຸມຊົນນະຄອນຫຼວງວຽງຈັນ 6ຄົນ ມີປະຫວັດໄປຫຼາຍສະຖານທີ່

2508

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ15 ມິຖຸນາ2021ວ່າ: ມາຮອດວັນທີ 14 ມິຖຸນາ ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.025 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 15 ກໍລະນີ, ໃນນັ້ນ ຈາກນະຄອນຫຼວງ 6 ກໍລະນີ, ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ. ສຳລັບນະຄອນຫຼວງວຽງຈັນ 6 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສ່ວນ ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ.

6 ກໍລະນີ ທີ່ພົບ ຢູ່ນະຄອນຫຼວງວຽງຈັນ ມີດັ່ງຕໍ່ໄປນີ້:
ກໍລະນີ 1: ເພດຊາຍ ອາຍຸ 29 ປີ ສັນຊາດລາວ, ອາຊີບ ພະນັກງານແພດໂຮງໝໍ 5 ເມສາ, ບ້ານພະໂພ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ


ກໍລະນີ 2ເພດຊາຍ ອາຍຸ 10 ເດືອນ, ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີອາການໄຂ້ ແລະ ເຈັບຄໍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ ເຊິ່ງເປັນພະນັກງານ (ເປັນແມ່), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ
ກໍລະນີ 3 ເພດຍິງ ອາຍຸ 44 ປີ, ອາຊີບ ຄ້າຂາຍອາໄຫຼ່, ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ແມ່ຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ

ກໍລະນີ 4 ເພດຍິງ ອາຍຸ 20 ປີ, ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີໄຂ້, ເຈັບຄໍ, ໄອ, ຂີ້ກະເທີ່, ປວກຮາກ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ
ກໍລະນີ 5 ເພດຍີງ ອາຍຸ 21 ປີ, ອາຊີບ ຄ້າຂາຍອາໄຫຼ່, ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ


ກໍລະນີ 6 ເພດຍິງ ອາຍຸ27 ປີ, ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ, ປັດຈຸບັນ ທີມງານກຳລັງຕິດຕໍ່ເອົາຂໍ້ມູນລະອຽດຂອງຜູ້ກ່ຽວ.

ສຳລັບ ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປມີດັ່ງນີ້:
-ວັນທີ 07/06/2021 ຫຼື ວັນທີ 8/06/2021 ໄປຖ່າຍຮູບຢູ່ Parkson ແຖວຖະໜົນຄູວຽງ
– ວັນທີ 8-9/06/2021 ໄປຊື້ເຄື່ອງຢູ່ Viewmall
– ວັນທີ 10/06/2021 ໄປບ້ານໝູ່ຢູ່ສະພັງໝໍ້


– ວັນທີ 11/06/2021 ໄປອ້ອມຮົ້ວຊ່ວຍພີ່ນ້ອງ ຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ແລະ ໄປຕະຫຼາດຈັນສະຫວ່າງ
– ວັນທີ 11/06/2021 ໄປກິນເຂົ້າປຸ້ນແຈ່ວຂິງ ຢູ່ທ່າເດື່ອ ເມືອງຫາດຊາຍຟອງ, ຮ້ານຢູ່ແຄມຂອງ
– ວັນທີ 12/06/2021 ໄປບ້ານໜອງບົວທອງ ເມືອງສີໂຄດຕະບອງ
– ວັນທີ 14/06/2021 ໄປຊື້ຢາຢູ່ຮ້ານຂາຍຢາໃສສະອາດ ສາຂາໜ້າໂຮງໝໍມິດຕະພາບ
– ວັນທີ 14/06/2021 ເວລາ 20:15 – 20:30 ໂມງ ໄປກວດພະຍາດຢູ່ຫຼັກໄຊຄລີນິກ