ທີມຊາດແອັດສະປາຍ ອະດີດແຊັມ 3 ສະໄໝສ້າງໂອກາດຍິງໄດ້ຫຼາຍຄັ້ງໃສ່ ຊູແອັດ ແຕ່ບໍ່ຜ່ານຜູ້ຮັກສາປະຕູຂອງ ຊູແອັດ ທີ່ປ້ອງກັນໄວ້ໄດ້ຫຼາຍຈັງຫວະ ເຮັດໃຫ້ບໍ່ສາມາດເຈາະປະຕູໄດ້ຈົບການແຂ່ງຂັນສະເໝີກັນແບບບໍ່ມີປະຕູໃນການແຂ່ງຂັນບານເຕະ ຢູໂຣ 2020 ນັດທີ 10 ປະຈໍາວັນທີ 14 ມິຖຸນາ 2021 ທີ່ຜ່ານມາ.

ສະຖິຕິນັດດັ່ງກ່າວ ແອັດສະປາຍ ຄອງເກມໄດ້ເຖິງ 75%, ຍິງເຂົ້າບໍ່ຊື່ປະຕູ 9 ຄັ້ງ ແລະ ຍິງຊື່ປະຕູ 5 ຄັ້ງ ແຕ່ບໍ່ສາມາດປ່ຽນເປັນປະຕູໄດ້;ສ່ວນ ຊູແອັດ ຄອງເກມໄດ້ພຽງ 25% ອາໄສການສວນກັບໄດ້ຍິງພຽງ 3 ຄັ້ງໃນນັ້ນຍິງຊື່ປະຕູພຽງ 1 ຄັ້ງ ຈົບການແຂ່ງຂັນສະເໝີກັນ 0-0 ເກັບໄປທີມ 1 ຄະແນນເຮັດໃຫ້ ສະໂລວາກີ ທີ່ຊະນະ ໂປໂລຍ 2-1 ມີ 3 ຄະແນນຂຶ້ນນໍາກຸ່ມ E, ແອັດສະປາຍ ກັບ ຊູແອັດ ມີ 1 ຄະແນນຢູ່ອັນດັບ 2 ແລະ 3 ຕາມລໍາກັບຈາກຜົນງານນັດທໍາອິດ, ສ່ວນ ໂປໂລຍ ບໍ່ມີຈັກຄະແນນ ເຊິ່ງກຸ່ມ E ຈະກັບມາແຂ່ງຂັນໃນວັນທີ 18 ມິຖຸນາກັນ.

ສະຫຼຸບຜົນງານ 10 ນັດທໍາອິດໃນ ຢູໂຣ 2020 ເຫັນວ່າຄູ່ຂອງ ທີມຊາດແອັດສະປາຍ ກັບ ຊູແອັດ ເປັນຄູ່ທໍາອິດທີ່ບໍ່ມີປະຕູເກີດຂຶ້ນດັ່ງນີ້:
-ນັດທີ 1 ຕວັກກີ 0-3 ອິຕາລີ
-ນັດທີ 2 ເວລ 1-1 ສະວິດ
-ນັດທີ 3 ດານມາກ 0-1 ແຟງລັງ
-ນັດທີ 4 ແບນຊິກ 3-0 ຣັດເຊຍ

-ນັດທີ 5 ອັງກິດ 1-0 ໂຄຣອາຊີ
-ນັດທີ 6 ໂອຕຣິດ 3-1 ນອດ ມາຊິໂດເນຍ
-ນັດທີ 7 ໂຮນລັງ 3-2 ອູແກຣນ
-ນັດທີ 8 ສະກ໊ອດແລນ 0-2 ສາທາລະນະລັດເຊັກ
-ນັດທີ 9 ໂປໂລຍ 1-2 ສະໂລວາກີ
-ນັດທີ 10 ແອັດສະປາຍ 0-0 ຊູແອັດ