ຕິດໂຄວິດເປັນຄອບຄົວ ບັນຫາໜ້າເສົ້າຢູ່ນະຄອນຫຼວງພາວະນາໃຫ້ຫາຍໄວໆ

399

ຕາມການຖະແຫຼງຂ່າວຂອງຄະນະສະກິດເຊົ້າມື້ນີ້ ມີຜຄ້ຕິດເຊື້ອໃໝ່ອີກ 15 ຄົນໃນທົ່ວປະເທດ ແຕ່ເລື່ອງທີ່ໜ້າເສົ້າກວ່ານັ້ນມີເດັກອາຍຸ 10 ເດືອນກໍ່ກາຍເປັນຜູ້ໂຊກຮ້າຍໄດ້ຮັບເຊື້ອໂຄວິດ-19 ນຳແມ່ ແລະມີຕິດຫຼາຍຄົນໃນຄອບຄົວດຽວກັນ ພະຍາດນີ້ໂຫດຮ້າຍບໍ່ປານີໃຜອີຫຼີ ພວກເຮົາທຸກຄົນຕ້ອງຊ່ວຍກັນໃຫ້ໂຣກຮ້າຍນີ້ພົ້ນຈາກບ້ານເຮົາໂດຍໄວທີ່ສຸດ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນ ສປປ ລາວໃນເຊົ້າວັນທີ 15 ມິຖຸນາ 2021 ໃຫ້ຮູ້ວ່າ:

ມາຮອດວັນທີ 14 ມິຖຸນາ ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.025 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 15 ກໍລະນີ, ໃນນັ້ນ ຈາກນະຄອນຫຼວງ 6 ກໍລະນີ, ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ. ສຳລັບນະຄອນຫຼວງວຽງຈັນ 6 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສ່ວນ ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ.


ເຮັດໃຫ້ມາຮອດປະຈຸບັນລາວມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.025 ກໍລະນີ (ໃໝ່ 15), ເສຍຊີວິດ 3 ກໍລະນີ (ໃໝ່ 0), ປິ່ນປົວຫາຍດີສະສົມ 1,905 ກໍລະນີ ແລະ ກຳລັງປິ່ນປົວ 117 ກໍລະນີ.

ຄຽງຄູ່ກັບການຊອກຄົ້ນຫາ ກໍລະນີຜູ້ຕິດເຊື້ອ ແລະ ຜູ້ສຳຜັດໃກ້ຊິດ ທາງກະຊວງສາທາລະນະສຸກ ກົມຄວບຄຸມພະຍາດຕິດຕໍ່/ສູນວິເຄາະ ແລະ ລະບາດວິທະຍາ, ພະແນກສາທາລະນະສຸກນະຄອນຫຼວງ ມື້ວານນີ້ ໄດ້ຂະຫຍາຍການເກັບຕົວຢ່າງແບບທ່າບຸກ ໃນຫຼາຍຈຸດທີ່ມີຄວາມສ່ຽງ ໃນການແຜ່ເຊື້ອ, ໃນຄັ້ງນີ້ ໄດ້ເກັບຕົວຢ່າງ ຢູ່ຕະຫຼາດທົ່ງຂັນຄຳ 1 ແລະ ຕະຫຼາດທົ່ງຂັນຄຳ 2 ເຊິ່ງໄດ້ເກັບຕົວຢ່າງມາກວດທັງໝົດ 500 ຕົວຢ່າງ, ຜົນກວດທັງໝົດແມ່ນບໍ່ພົບເຊື້ອ.


ສຳລັບຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 17 ບ້ານ ໃນ 07 ເມືອງ ແລະ ບ້ານໃໝ່ທີ່ກຳນົດເປັນບ້ານເຂດແດງໃນວັນທີ 15 ມີຖຸນາ 2021 ມີ 1 ບ້ານ ຄື ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.