ປາກັບນ້ຳ ຂາດສິ່ງໃດໄປບໍ່ໄດ້ ຂອບໃຈອ້າຍທະຫານ

498

ທະຫານກັບປະຊາຊົນເປັນດັ່ງປາກັບນ້ຳ ເປັນຄຳກ່າວທີ່ໃຊ້ໄດ້ຕະຫຼອດການຍາມໃດກໍ່ຕາມທີ່ປະຊາຊົນຕົກທຸກໄດ້ຍາກ ກອງກຳລັງຂອງອ້າຍນ້ອງທະຫານນີ້ແລທີ່ອອກແຮງຊ່ວຍຢ່າງເຕັມທີ່ ເຖິງແມ່ນບາງຄັ້ງຄອບຄົວເພິ່ນກໍ່ປະສົບໄພ ແຕ່ກໍ່ເລືອກທີ່ຈະປະຕິບັດໜ້າທີ່ເພື່ອຊາດກ່ອນເຫັນແລ້ວຊາບຊື້ງເປັນທີ່ສຸດ.

ໃນລະຫວ່າງ ວັນທີ 13-14 ມີຖຸນາ 2021ນີ້ ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັັນ ເຮັດໃຫ້ແມ່ນໍ້າຮຸ່ງ ບວກກັບນໍ້າຫ້ວຍຮ່ອງຄອງບຶງຕ່າງໆຍື່ງຂື້ນ ແລະ ໄຫຼເຂົ້າຖ້ວມຕົວເມືອງໄຊຍະບູລີ ເຊິ່ງແມ່ນເທດສະບານຂອງແຂວງນ້ຳໄຫຼເຂົ້າຖ້ວບ້ານເຮືອນ,ຮ້ານຄ້າ,ໄຮ່ນາ,ຮົ້ວສວນ ແລະ ເນື້ອທີ່ທໍາການຜະລິດຂອງພໍ່ແມ່ປະຊາຊົນຊາວເມືອງໄຊຍະບູລີຈຳນວນຫຼວງຫຼາຍ.

ຕໍ່ເຫດການດັ່ງກ່າວ ຄະນະພັກ ຄະນະບັນຊາກອງພົນທີ 2 ໄດ້ສົມທົບກັບອຳນາດການປົກຄອງແຂວງ ຮິບຮ້ອນສຸມກຳລັງອ້າຍນ້ອງທະຫານຈຳນວນ 500 ສະຫາຍ ແລະ ພາຫະນະຈໍານວນໜື່ງ ປະກອບມີ ລົດເຄື່ອນທີ່ ຈຳນວນ 15 ຄັນ ແລະ ເຮືອກູ້ໄພ ຈຳນວນ 2 ລຳ ເພື່ອເລັ່ງຊ່ວຍເຫຼືອພໍ່ແມ່ປະຊາຊົນເບື້ອງຕົ້ນ ດ້ວຍການຂົນເອົາຜູ້ເຖົ້າ, ເດັກນ້ອຍ , ແມ່ຍີງ , ສັດລ້ຽງ ແລະ ເຄື່ອງໃຊ້ທີ່ຈຳເປັນໄປໄວ້ເຂດທີປອດໄພ.

ເຫດການດັ່ງກ່າວ ຍັງໄດ້ສົ່ງຜົນກະທົບຕໍ່ກົມກອງທີ່ຂື້ນກັບພົນທີ 2 ເປັນຕົ້ນ ຫ້ອງການເມືອງ, ຫ້ອງເສນາ ,ກອງພັນ 627 , ກອງພັນ 629 ,ກອງພັນ 263 ແລະ ກອງພັນ 567 ໄດ້ເຮັດໃຫ້ສະຖານທີ່ ຄ້າຍຄູ່ ທີ່ຢູ່ອາໄສ,ສັດລ້ຽງ ແລະ ເນື້ອທີ່ທຳການຜະລິດຂອງກົມກອງຈຳນວນໜື່ງເສຍຫາຍ. ສ່ວນມູນຄ່າຂອງການເສຍຫາຍແມ່ນຈະລາຍງາຍໃຫ້ຮູ້ຕາມພາຍຫຼັງ.

ຂອບໃຈອ້າຍນ້ອງທະຫານພວກທ່ານຄືທີ່ເພິ່ງທຸກຄັ້ງທີ່ປະຊາຊົນລຳບາກ

ໂດຍ: ສຸວັນໂນ