ຂ່າວເສົ້າ! ຫ້ອງການກະສິກຳ-ປ່າໄມ້ເມືອງໂຂງລາຍງານ ມີປາຂ່າຕາຍຢູ່ຝັ່ງປະ​ເທດ​ກຳປູເຈຍ 1 ໂຕ

528

Lao National Radioລາຍງານວ່າ: ອີງຕາມການໃຫ້ຂໍ້ມູນຈາກຫ້ອງການກະສິກຳ-ປ່າໄມ້ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ໃນຕອນເຊົ້າຂອງວັນທີ 15 ມິຖຸນາ ນີ້ໂດຍອີງ ຕາມບົດລາຍງານຂອງທ່ານ ໜູໄໝ່ ບົວປະເສີດ ນາຍບ້ານຫາງຄອນ ເມື່ອວັນທີ 14 ມິຖຸນາ ເວລາປະມານ 6 ໂມງ ໄດ້ຮູ້ແຫຼ່ງຂ່າວວ່າມີປາຂ່າຕາຍຢູ່ຝັ່ງປະ​ເທດ​ກຳປູເຈຍຈຳນວນ 1 ໂຕ.

ປາຂ່າທີ່ຕາຍເປັນເພດຜູ້ ເຊິ່ງມີຄວາມຍາວປະມານ 2,3 ແມັດ, ນ້ຳໜັກ 180 ກິໂລກຼາມ, ສ່ວນສາເຫດຂອງການຕາຍແມ່ນບໍ່ຮູ້.

ປາຂ່າຕາຍໂຕນີ້ ແມ່ນໄຫຼໄປຄ້າງຢູ່ຝັ່ງປະເທດກຳປູເຈຍ, ຢູ່ເຂດບ້ານ ພະລະຄັນ ຕາແສງພະລະຄັນ ເມືອງຫ້ວຍມ່ວງ ແຂວງແຊງແຕງ, ມີໄລຍະຫ່າງຈາກວັງອະນຸລັກປະມານ 1300 ແມັດ.

ປາຂ່າ ເປັນປາສະຫງວນທີ່ຫາຍາກ ເຊິ່ງພົບເຫັນຢູ່ເຂດບ້ານຫາງຄອນເມືອງໂຂງ ແຂວງຈຳປາສັກ ເຊິ່ງເປັນຊາຍແດນເຊື່ອມຕໍ່ກັບປະເທດກຳປູເຈຍ ເຊິ່ງປາຂ່າຈະລອຍໄປມາລະຫວ່າງເຂດດັ່ງກ່າວ ເຊິ່ງປັດຈຸບັນມີຈຳນວນເຫຼືອຫນ້ອຍລົງ