ທ່ານຮອງນາຍົກລົງຢ້ຽມຢາມໂຄງການທ່າບົກ – ທ່ານາແລ້ງ ເນັ້ນໃຫ້ເລັ່ງແກ້ຂໍ້ຄົງຄ້າງເປີດນໍາໃຊ້ກ່ອນເສັ້ນທາງລົດໄຟລາວ – ຈີນ

718

ວັນທີ 10 ມິຖຸນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລົງຕິດຕາມຄວາມຄືບໜ້າການພັດທະນາໂຄງການທ່າບົກ – ທ່ານາແລ້ງ ໂດຍມີລັດຖະມົນຕີ, ຮອງລັດຖະມົນຕີພ້ອມດ້ວຍຂະແໜງການກ່ຽວຂ້ອງ ຕ້ອນຮັບຄະນະຄັ້ງນີ້ມີ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ພ້ອມດ້ວຍຜູ້ບໍລິຫານລະດັບສູງ.

ທ່ານ Tee Chee Seng Vice President of VLP Co.,Ltd ໄດ້ລາຍງານສະພາບລວມຂອງການພັດທະນາ ໂດຍສັງເຂບວ່າ: ປັດຈຸບັນໄດ້ຕັດແລວທາງມາແຕ່ຂົວມິດຕະພາບລາວ – ໄທ ແຫ່ງທີ 1 ເພື່ອເຂົ້າມາໃນເຂດໂຄງການ ເຊິ່ງໄດ້ຍົກລະດັບເປັນຂົວຂ້າມທາງສາມາດລະບາຍລົດຈາກຂົວເຂົ້າມາເຂດໄດ້ສະດວກ ສະເລ່ຍ 1 ຊົ່ວໂມງ ລະບາຍລົດໄດ້ 300 ຄັນ ເຊິ່ງພາຍໃນເດືອນສິງຫາໃຫ້ສໍາເລັດ 100% ແລະ ເປີດບໍລິການໄລຍະທີ 1 ເຊິ່ງໃນເຂດພວກເຮົາເປີດໃຫ້ທຸກພາກສ່ວນມາຮ່ວມມືກັນ ບໍ່ສະເພາະແຕ່ນັກລົງທຶນຕ່າງປະເທດ; ພາກທຸລະກິດ, ຫົວໜ່ວຍຜູ້ປະກອບການພາຍໃນປະເທດ ກໍຕ້ອງໄດ້ເຂົ້າມາຮ່ວມກັນພັດທະນາ ເພື່ອນໍາໃຊ້ທ່າແຮງດັ່ງກ່າວສົ່ງສິນຄ້າຂອງລາວອອກໄປຂາຍຕ່າງປະເທດ.

อาจเป็นรูปภาพของ หนึ่งคนขึ้นไป และสถานที่ในร่ม

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ໃນໄລຍະທໍາອິດໄດ້ລົງທຶນ 180 ລ້ານໂດລາສະຫະລັດ ເຊິ່ງກ່ອນໜ້ານີ້ຄາດຄະເນຈະເປີດບໍລິການໃນເດືອນມີນາ 2021 ແຕ່ເນື່ອງຈາກມີອຸປະສັກໃນການເວນຄືນທີ່ດິນບາງຈຸດ ( ປັດຈຸບັນສໍາເລັດແລ້ວ ), ຫຼັງຈາກນັ້ນກໍປະສົບກັບການລະບາດຂອງພະຍາດໂຄວິດ; ແຮງງານຖືກກະທົບຈາກ 700 ກວ່າຄົນ ຍັງເຫຼືອແຕ່ 300 ເຮັດໃຫ້ໂຄງການຊ້າປະມານ 60 ກວ່າມື້.

ພາຍຫຼັງຮັບຟັງລາຍງານຈາກຜູ້ພັດທະນາ ທ່ານ ສອນໄຊ ສີພັນດອນ ກໍສະແດງຄວາມຊົມເຊີຍທີ່ບໍລິສັດໄດ້ເອົາໃຈໃສ່ພັດທະນາໂຄງການຕາມສັນຍາທີ່ໄດ້ເຊັນສໍາປະທານກັບລັດຖະບານ ເຊິ່ງໂຄງການດັ່ງກ່າວມີຄວາມໝາຍສໍາຄັນຫຼາຍໃນການພັດທະນາປະເທດຈາກປະເທດທີ່ບໍ່ມີທາງອອກຕິດຈອດກັບທະເລມາເປັນການເຊື່ອມຈອດໃນພາກພື້ນ ແລະ ສາກົນ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ທ່ານກ່າວວ່າ: ນະໂຍບາຍຫຼັກທີ່ລັດຖະບານສຸມໃສ່ແມ່ນທາງລົດໄຟລາວ – ຈີນ ເນື່ອງຈາກເປັນບັນຫາຍຸດທະສາດລະດັບໂລກ ເປັນການປະຕິບັດນະໂຍບາຍຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຮ່ວມກັບ ສປ ຈີນ, ໂຄງການພັດທະນາທ່າບົກ – ທ່ານາແລ້ງ ມີຄວາມສໍາຄັນຫຼາຍພວກເຮົາເຫັນບັນຫາການສົ່ງອອກສິນຄ້າຂອງປະເທດເຮົາແມ່ນຄ່າສິ້ນເປືອງໃນການຂົນສົ່ງ, ການບໍ່ອໍານວຍຄວາມສະດວກໃນການນໍາເຂົ້າ – ສົ່ງອອກ. ສະນັ້ນ, ໂຄງການນີ້ຈຶ່ງຕອບໂຈດນະໂຍບາຍພັດທະນາທ່າບົກເປັນຈຸດແຂງຂອງ ສປປ ລາວ.

ຜົນສໍາເລັດໃນການພັດທະນາໂຄງການທ່າບົກ – ທ່ານາແລ້ງຈະສົ່ງຜົນດີຕິດພັນກັບທາງລົດໄຟລາວ – ຈີນ ບໍ່ສະເພາະແຕ່ສິນຄ້ານໍາເຂົ້າເທົ່ານັ້ນ, ສິນຄ້າສົ່ງອອກຂອງລາວກໍໄດ້ປະໂຫຍດ; ບັນຫາຜູ້ປະກອບການ, ຜູ້ຜະລິດສິນຄ້າມີສິນຄ້າປະລິມານບໍ່ຫຼາຍ ແຕ່ມີຫຼາຍຜູ້ປະກອບການມາໂຮມກັນຈັດສັນປັນສ່ວນ ສິນຄ້າກໍເຕັມຕູ້ຄອນເທັນເນີ ເພື່ອພ້ອມກັນສົ່ງອອກ.

ທ່ານ ສອນໄຊ ສີພັນດອນ ຍັງເນັ້ນໃຫ້ຜູ້ພັດທະນາ ພ້ອມກັນເລັ່ງປຶກສາຫາລື ແລະ ແກ້ໄຂໃຫ້ໄວ ເພື່ອຮອງຮັບການເປີດບໍລິການທາງລົດໄຟລາວ – ຈີນ ໃນທ້າຍປີນີ້ ໂດຍສະເພາະລະບຽບການຂົນສົ່ງສິນຄ້າລະຫວ່າງປະເທດ ເພາະສິນຄ້າທີ່ເຂົ້າມາຕ້ອງໄດ້ກວດ, ນັບທັງສິນຄ້າທີ່ຜ່ານກໍຕ້ອງໄດ້ກວດ, ສິນຄ້າປະເທດເຮົາຈະສົ່ງອອກກໍຕ້ອງໄດ້ກວດ, ລວມທັງເຈົ້າໜ້າທີ່ ປກສ ເພື່ອຫາລືການຂົນສົ່ງຜູ້ໂດຍສານລະຫວ່າງປະເທດ ໂດຍສະເພາະການແຈ້ງຄົນເຂົ້າເມືອງ.

ໂຄງການພັດທະນາທ່າບົກ – ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຖືເປັນໂຄງການຂະໜາດໃຫຍ່ທີ່ນອນຢູ່ໃນໂຄງການພັດທະນາພື້ນຖານໂຄງຮ່າງຂອງລັດຖະບານ, ແມ່ນໜຶ່ງໃນໂຄງການບຸລິມະສິດຂອງຍຸດທະສາດພັດທະນາໂລຈິສຕິກແຫ່ງຊາດປີ 2016 – 2025 ໂດຍເປັນການຜັນຂະຫຍາຍດຳລັດຂອງລັດຖະບານ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດການພັດທະນາໂລຊິດສະຕິກຂົນສົ່ງສິນຄ້າຂອງ ສປປ ລາວ ເລກທີ 158/ລບ ລົງວັນທີ 27 ພຶດສະພາ 2015 ເພື່ອແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານ ໃນການຫັນປະເທດລາວຈາກປະເທດບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດ ແລະ ທັງເປັນສູນກາງແຫ່ງການເຊື່ອມຈອດທີ່ໃຫ້ບໍລິການດ້ານໂລຈິສຕິກທີ່ເປັນລະບົບທັນສະໄໝຮອງຮັບການຂົນສົ່ງຫຼາຍຮູບແບບທາງບົກທີ່ມີແຜນເຊື່ອມຕໍ່ກັບທະເລ, ສະໜາມບິນ ແລະ ທາງລົດໄຟຍັງເປັນການສົ່ງເສີມອຳນວຍ ຄວາມສະດວກທາງການຄ້າ ແລະ ການລົງທຶນ. ໃນອະນາຄົດອັນໃກ້ນີ້ກໍຈະມີການເຊື່ອມໂຍງກັບທ່າເຮືອຫວຸ້ງອ່າງ, ສສ ຫວຽດນາມ ໂດຍໃຊ້ເສັ້ນທາງລົດໄຟນະຄອນຫຼວງວຽງ ຈັນ – ຫວຸ້ງອ່າງ ເປັນອີກປະຕູໜຶ່ງທີ່ເຊື່ອມຈອດ ສປປ ລາວ ຫາ ອະນຸພາກພື້ນສາກົນ ເຊິ່ງໂຄງການທ່າເຮືອຫວຸ້ງອ່າງ ແລະ ໂຄງການເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ – ຫວຸ້ງອ່າງ ແມ່ນໂຄງການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ.

อาจเป็นรูปภาพของ 1 คน, กำลังยืน และแหล่งน้ำ

ທ່າບົກ – ທ່ານາແລ້ງ ແມ່ນໄດ້ຮັບການອະນຸມັດໃຫ້ເປັນທ່າບົກທີ່ມີຄວາມສຳຄັນລະດັບສາກົນ “ A Dry Port of International Importance ” ໂດຍຄະນະກຳມາທິການເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດສຳລັບອາຊີ ແລະ ປາຊີຟິກ “ UNESCAP ” ໃນສັນຍາລະຫວ່າງລັດຖະບານ ວ່າດ້ວຍທ່າບົກເລກທີ 69/7 ລົງວັນທີ 1 ພຶດສະພາ 2013 ທີ່ບາງກອກ ປະເທດໄທ.

ໂຄງການພັດທະນາທ່າບົກ – ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແມ່ນໄດ້ລົງສຶກສາສຳຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການຕາມບົດບັນທຶກຄວາມເຂົ້າໃຈ ຫຼື MOU ໃນວັນທີ 5 ເມສາ 2019. ພາຍຫຼັງທີ່ໄດ້ສຳເລັດການສຶກສາສຳຫຼວດຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ປະເມີນຜົນກະທົບທາງດ້ານສິ່ງແວດລ້ອມແລ້ວ ກໍໄດ້ມີການຈັດຕັ້ງກອງປະຊຸມເພື່ອຄົ້ນຄວ້າກັບພາກສ່ວນ, ຂະແໜງການທີ່ກ່ຽວຂ້ອງຕາມຂັ້ນຕອນ ແລະ ທາງລັດຖະບານລາວກໍໄດ້ຮັບຮອງເອົາບົດສຶກສາໂຄງການ ໃນວັນທີ 7 ກຸມພາ 2020 ເຫັນດີອະນຸຍາດໃຫ້ສ້າງຕັ້ງ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ ເພື່ອໃຫ້ເປັນບໍລິສັດ ຈັດຕັ້ງປະຕິບັດ ແລະ ຜູ້ພັດທະນາໂຄງການ.

อาจเป็นรูปภาพของ 3 คน, ผู้คนกำลังนั่ง, ผู้คนกำลังยืน และกลางแจ้ง

ຂະນະດຽວກັນນັ້ນ, ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ກໍໄດ້ມີການຈັດພິທີເຊັນສັນຍາສຳປະທານກັບລັດຖະບານລາວ ພາຍໃຕ້ຮູບແບບ BOT ( Built Operate Transfer ) ໂດຍມີອາຍຸສຳປະທານ 50 ປີ.

ວັນທີ 3 ກໍລະກົດ 2020 ໄດ້ມີພິທີວາງສີລາລືກໂຄງການພັດທະນາທ່າບົກ – ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອ໊ອດ ພົງສະຫວັນ ຜູ້ກໍ່ຕັ້ງ ແລະ ປະທານທີ່ປຶກສາກິດຕິມະສັກ ກຸ່ມບໍລິສັດ ພົງສະຫວັນ ແລະ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ນອກນີ້ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ຄະນະວິຊາການບໍລິສັດເຂົ້າຮ່ວມ.

ໂຄງການທ່າບົກ – ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ມີເນື້ອທີ່ກວມລວມທັງໝົດ 382 ເຮັກຕາ ລວມມີມູນຄ່າການລົງທຶນໂຄງການທັງໝົດ 727 ລ້ານໂດລາສະຫະລັດ ຈະແບ່ງອອກເປັນ 3 ໄລຍະ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และผู้คนกำลังนั่ง

– ໄລຍະທີ 1: ແມ່ນໄລຍະການປ່ຽນຜ່ານການບໍລິຫານຈັດການຮູບແບບການບໍລິການແບບເດີມຂອງ ລານຕູ້ຄອນເທັນເນີ ຂອງລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ( ລລບສ ) ຄູ່ຂະໜານກັບຮູບແບບການບໍລິການດ້ວຍລະບົບບໍລິຫານຈັດການຂ້າມຜ່ານຂອງທ່າບົກ – ທ່ານາແລ້ງ, ຄຽງຄູ່ກັນນັ້ນແມ່ນຈະເລີ່ມຕົ້ນການຍ້າຍຖານຂໍ້ມູນລູກຄ້າ ແລະ ການບໍລິການທັງໝົດເຂົ້າໃນລະບົບ Terminal Operating System ( TOS ) ຂອງທ່າບົກ – ທ່ານາແລ້ງ.

– ໄລຍະທີ 2: ການເປີດນຳໃຊ້ທ່າບົກ – ທ່ານາແລ້ງແບບເຕັມຮູບແບບ

– ໄລຍະທີ 3: ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຄາດວ່າຈະເປີດນຳໃຊ້ພາຍໃນໄຕມາດທີ 1 ປີ 2022.

ພາຍຫຼັງໂຄງການດັ່ງກ່າວນີ້ສ້າງສຳເລັດ ສປປ ລາວ ຈະມີພື້ນຖານໂຄງລ່າງທີ່ທັນສະໄໝຄົບຊຸດ ສຳລັບການເຊື່ອມຈອດລະບົບຂົນສົ່ງຫຼາຍຮູບແບບລະດັບສາກົນກໍຄືທາງບົກ, ທາງລົດໄຟ ແລະ ທາງທະເລ. ຍົກລະດັບຂີດ ຄວາມສາມາດການແຂ່ງຂັນໃຫ້ແກ່ວຽກງານການຂົນສົ່ງໂລຈິສຕິກ ກໍຄືອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນໃນ ສປປ ລາວ ໄດ້ເປັນຢ່າງດີ.