ແຂວງຫຼວງພະບາງ ກຽມຄວາມພ້ອມ, ເຝົ້າລະວັງຮັບມືກັບໄພພິບັດນໍ້າຖ້ວມ ແລະ ເລັ່ງໃຫ້ການຊ່ວຍເຫຼືອແຂວງໄຊຍະບູລີ

349

ໃນວັນທີ 14 ມີຖຸນາ 2021 ທີ່ສູນປະຕິບັດງານຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ເປີດກອງປະຊຸມ ປຶກສາຫາລືການກະກຽມຄວາມພ້ອມ ແລະເຝົ້າລະວັງ ໄພພິບັດນ້ໍາຖ້ວມ ຢູ່ແຂວງຫຼວງພະບາງ ແລະກຽມອຸປະກອນອອກໄປຊ່ວຍເຫຼືອແຂວງໄຊຍະບູລີ ທີ່ຖືກໄພພິບັດນ້ໍາຖ້ວມໃນປັດຈຸບັນ.


ກອງປະຊຸມພາຍໃຕ້ການເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ປະທານຄຸ້ມຄອງໄພພິບັດຂັ້ນແຂວງຫຼວງພະບາງ, ມີບັນດາຄະນະສະເພາະກິດ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເປັນການປະຕິບັດຕາມຄໍາສັ່ງດ່ວນ ຂອງທ່ານເຈົ້າແຂວງຫຼງພະບາງ ໃນການເຝົ້າລະວັງ ແລະກຽມຄວາມພ້ອມຮັບມືກັບໄພພິບັດ ນ້ໍາຖ້ວມ, ເນື່ອງຈາກມີຝົນຕົກໜັກມາຫຼາຍມື້ຕິດຕໍ່ກັນ ເຮັດໃຫ້ບາງແຂວງພາຍໃນປະເທດ ເກີດມີສະພາບນ້ຳຖ້ວມ ໂດຍສະເພາະແມ່ນແຂວງໄຊຍະບູລີ ທີ່ເປັນແຂວງໃກ້ຄຽງ ກັບແຂວງຫຼວງພະບາງ.


ວາລະກອງປະຊຸມ ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄໍາເຫັນເນັ້ນໜັກ ໃຫ້ບັນດາຂະແໜງການທີກ່ຽວຂ້ອງ ໂດຍສະເພາະພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທີມງານອາສາສະໝັກໜ່ວຍກູ້ໄພ ປະຈໍາແຂວງຫຼວງພະບາງ ແລະກອງບັນຊາການທະຫານແຂວງ-ເມືອງ ແລະນະຄອນ ຫຼວງພະບາງ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຕ້ອງມີສະຕິ ໃນການກຽມຄວາມພ້ອມ ຮັບມືກັບໄພພິບັດຈາກທຳມະຊາດທີ່ອາດຈະເກີດຂຶ້ນ, ໂດຍສະເພາະປະຊາຊົນ ທີ່ອາໄສຢູ່ຕິດແຄມແມ່ນ້ຳຂອງ ແລະແຫຼ່ງນ້ຳສາຂາ ໃຫ້ມີສະຕິ ແລະເຝົ້າລະວັງການເພີ່ມຂຶ້ນຂອງລະດັບນ້ຳ ລວມທັງການແຜ່ລະບາດຂອງພະຍາດຕາມລະດູການ.
ພ້ອມນີ້ ທ່ານໄດ້ເນັ້ນໜັກ ໃຫ້ພາກສ່ວນກ່ຽວຂ້ອງ ກະກຽມກຳລັງຄົນ, ອຸປະກອນເຄື່ອງໃຊ້, ເຄື່ອງດືມ ແລະອາຫານ ເພື່ອໄປຊ່ວຍເຫຼືອແຂວງໄຊຍະບູລີ ທີ່ກຳລັງປະສົບກັບໄພພິບັດນ້ຳຖ້ວມໃນປະຈຸບັນ.


ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ມີການຄົ້ນຄວ້າ ເພື່ອວາງມາດຕະການສືບຕໍ່ເຂັ້ມງວດບັນດາ ຈຸດກວດກາ ຄົນເຂົ້າ-ອອກ ເພື່ອຮັບປະກັນບໃຫ້ມີການລະບາດ ຂອງພະຍາດໂຄວິດ 19 ພາຍໃນແຂວງຫຼວງພະບາງ ໃນນັ້ນ ໄດ້ສືບຕໍ່ເຂັ້ມງວດຈຸດກວດກາ 5 ຈຸດເຂົ້າ-ອອກແຂວງ ແລະສືບຕໍເຂັ້ມງວດ ເກັບກຳສະຖິຕິບັນດາບ້ານ ທີ່ມີຄົນມາພັກເຊົ້າ, ພ້ອມທັງຕິດຕາມກວດກາຄືນ ບາງມາດຕະການທີ່ໄດ້ຜ່ອນຜັນ ເປັນຕົ້ນ ການບໍລິການຂອງຮ້ານອາຫານ, ຮ້ານກິນດື່ມ ແມ່ນໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດຕາມາດຕະການ ທີ່ຄະນະສະເພາະກິດວາງອອກ ຫາກລະເມີດຈະຕ້ອງປະຕິບັດ ຕາມກົດລະບຽບຂອງຄະນະສະເພາະກິດວາງໄວ້.

ຂ່າວ: ທະນູສີນ ອິດທິພົນ