ເຕືອນຝົນຕົກໜັກ ຢູ່ແຂວງພາກເໜືອ ແລະ ພາກກາງຮອດ 16 ມິຖຸນາ

564

ປັດຈຸບັນຢູ່ບັນດາແຂວງພາກເໜືອໄດ້ຮັບຜົນກະທົບຈາກຝົນຕົກໜັກ ເນື່ອງຈາກ ພາຍຸຄໍກູມະ ພັດຜ່ານເຮັດໃຫ້ເກີດນ້ຳຖ້ວມ, ເສັ້ນທາງເປ່ເພ ເຊິ່ງໜັກສຸດແມ່ນຢູ່ຕົວເມືອງໄຊຍະບູລີ, ແຂວງໄຊຍະບູລີ ເຊິ່ງລະດັບນ້ຳຮຸ່ງ ທີ່ໄຫຼຜ່ານເທດສະບານເມືອງໄດ້ລົ້ນຝັ່ງໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນເປັນບໍລິເວນກວ້າງ.

ຢ່າງໃດກໍ່ຕາມ, ໃນອາທິດນີ້ກົມອຸຕຸຍັງ ແຈ້ງເຕືອນໃຫ້ເຝົ້າລະວັງນ້ຳຖ້ວມຊຸ, ດິນເຈື່ອນ ຈາກຝົນຕົກໜັກ ຢູ່ແຂວງພາກເໜືອ ແລະ ພາກກາງ ຍັງຈະແກ່ຍາວໄປຮອດວັນທີ 16 ມິຖຸນານີ້.


ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາກາດ ເລກທີ 0678/ກອຕທ, ລົງວັນທີ 14 ມິຖຸນາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14-20 ມິຖຸນາ 2021 ວ່າ: ໃນໄລຍະວັນທີ 14 – 16 ມິຖຸນານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ຂອງປະເທດລາວ ສົມທົບກັບລົມມໍລະສູມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ຈາກນັ້ນໄລຍະວັນທີ 17 – 20 ມິຖຸນາ 2021 ອາກາດຈະຮ້ອນຂຶ້ນແລະ ສະພາບຝົນໂດຍທົ່ວໄປຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.


ພ້ອມນີ້, ຍັງຄຳເຕືອນເພື່ອເຝົ້າລະວັງນໍ້າຖ້ວມຊຸ ແລະ ດິນເຈື່ອນ ໃນໄລຍະວັນທີ 14 – 16 ມິຖຸນາ 2021 ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ ແລະ ນ້ຳປ່າໄຫຼຊຸແຮງ ທີ່ອາດຈະເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.