ເຫລືອໄວ້ພຽງຄວາມຊົງຈຳ ຂົວສີສົ້ມເມືອງວັງວຽງຫຼັງຖືກກະແສນຳ້ໄຫລຊຸ

474

ນັບແຕ່ວັນທີ 9-14 ມິຖຸນາ 2021 ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍມື້ ຢູ່ທຸກແຂວງໃນປະເທດລາວ ເຮັດໃຫ້ຫຼາຍເຂດເກີດມີນໍ້ານໍ້າຖ້ວມຂັງ, ດິນເຈື່ອນ ແລະ ແມ່ນໍ້າສາຍຕ່າງໆຍຶ່ງຂຶ້ນລົ້ນຝັ່ງ ໄຫຼເຂົ້າຖ້ວມເຮືອນຊານປະຊາຊົນລວມທັງເມືອງວັງວຽງເມືອງສະເໜີ່ແຫ່ງການທ່ອງທ່ຽວຂອງແຂວງວຽງຈັນ.


ຜົນກະທົບຈາກເຫດການທີ່ຝົນຕົກຫນັກຫລາຍມື້ນັ້ນໄດ້ສ້າງຄວາມເສຍຫາຍພໍສົມຄວນ ແລະ ຫນຶ່ງໃນນັ້ນກໍຄື ໃນຕອນເຊົ້າວັນທີ  14 ມິຖຸນາ 2021 ຂົວສີສົ້ມ ເຊິ່ງເປັນຂົວຂ້າມນໍ້າຊອງເຊື່ອມຕໍ່ລະຫວ່າງ ຝັ່ງຕົວເມືອງວັງວຽງໄປຫາຖໍ້າຈັງ ແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ຂອງເມືອງ ວັງວຽງ ແຂວງ ວຽງຈັນ ໄດ້ຫັກລົງ ເນື່ອງຈາກຖືກກະແສນໍ້າຊອງທີ່ເພີ່ມລະດັບຂຶ້ນຢ່າງວ່ອງໄວ ແລະ ໄຫຼແຮງພັດພັດຊຸຂົວດັ່ງກ່າວຈົນຫັກລົງ.


ຂົວສົ້ມ ຫລື ຂົວຖໍ້າຈັງດັ່ງກ່າວນີ້ ເປັນອີກໜຶ່ງຈຸດ ຂອງເມືອງວັງວຽງທີ່ໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບຄວາມນິຍົມໄປທ່ອງທ່ຽວ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເມື່ອໄປຮອດເມືອງວັງວຽງແລ້ວ ແມ່ນຕ້ອງໄດ້ໄປຖ່າຍຮູບຢູ່ຈຸດດັ່ງກ່າວນີ້ ເມື່ອໄດ້ມາຢ້ຽມຢາມເມືອງທ່ອງທ່ຽວແຫ່ງນີ້ ແລະ ຕໍ່ຈາກນີ້ໄປແມ່ນຈະເຫລືອພຽງຄວາມຊົງຈຳຂອງຂົວສີສົ້ມ ເພາະບໍ່ໄດ້ເຫັນອີກແລ້ວ.


ເຫດການດັ່ງນີ້ເກີດຂຶ້ນ ເນື່ອງຈາກວ່າ ລະດັບນໍ້າຊອງ ເພີ່ມຂຶ້ນຢ່າງວ່ອງໄວ ພາຍຫຼັງເກີດມີຝົນຕົກຢ່າງຕໍ່ເນື່ອງ ແລະ  ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍໄດ້ອອກແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 13 ມິຖຸນາ 2021ວ່າ: ພາຍຸ ຄໍກູມະ KOGUMA ຫົວທີ 4 ປະຈໍາປີ 2021 ແລະ ໃນວັນທີ 14 ມິຖຸນາ 2021 ກົມອຸຕຸ ແຈ້ງຕື່ມວ່າຍັງຈະມີຝົນຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນ ບັນດາແຂວງພາກເໜືອ ສະນັ້ນ ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນ ລະມັດລະວັງ ແລະ ເກັບມ້ຽນ ຊັບສິນທີ່ມີຄ່າຂອງຕົນໄວ້ທີ່ສູງດ້ວຍ ເພື່ອຄວາມປອດໄພ.