ປາໝຶກຂົ້ວໄຂ່ເຄັມ ອາຫານຈານເດັດ

782

ເມນູປາໝຶກຂົ້ວໄຂ່ເຄັມ ອາຫານຈານເດັດທີ່ໄດ້ເຮັດກິນແລ້ວບອກໄດ້ເລີຍວ່າຕ້ອງມີຄັ້ງທີສອງຄັ້ງທີສາມກັນແນ່ນອນ ດ້ວຍລົດຊາດທີ່ເຄັມໆ ນົວໆ ຂອງໄຂ່ແດງເຄັມບວກກັບຄວາມເດັ້ງຂອງປາໝຶກ ເຂົ້າກັນທີ່ສຸດ ຍິ່ງກິນກັບເຂົ້າຮ້ອນໆຄືສຸດຟິນກັນໄປເລີຍ.

May be an image of food and indoor

ສ່ວນປະສົມ: ປາໝຶກສົດຊອຍເປັນຕ່ອນ, ໄຂ່ແດງເຄັມ, ນ້ຳດື່ມສະອາດ, ນ້ຳພິກເຜົາ, ນ້ຳມັນພືດ, ກະທຽມສັບ, ຫອມບົ່ວໃຫຍ່ຊອຍ, ສະອິວຂາວ, ຊັອດຫອຍ, ນ້ຳຕານ, ໝາກເຂົ້ວແດງສົດ, ຫອມບົ່ວໃບຊອຍເປັນທ່ອນ ແລະ ເຊເລີຣີຊອຍເປັນທ່ອນ.

May be an image of 1 person and food

ວິທີປຸງແຕ່ງ

1 ເລີ່ມຈາກກຽມຜັກຕ່າງໆໄວ້ໃຫ້ພ້ອມ ( ກະທຽມສັບ, ຫອມບົ່ວໃຫຍ່ຊອຍ, ໝາກເຂົ້ວແດງສົດ, ຫອມບົ່ວໃບຊອຍເປັນທ່ອນ, ເຊເລີຣີຊອຍເປັນທ່ອນ ).

2 ຕົ້ມນ້ຳໃຫ້ຟົດໃສ່ປາໝຶກລົງໄປລວກໃນນ້ຳຟົດ ລວກພໍສຸກ ຕັກຂຶ້ນພັກໃຫ້ສະເດັດນ້ຳກຽມໄວ້.

May be an image of food

3 ບົດໄຂ່ແດງເຄັມໃຫ້ລະອຽດ ຕື່ມນ້ຳດື່ມສະອາດລົງໄປເລັກໜ້ອຍ ແລະ ນ້ຳພິກເຜົາ ຄົນສ່ວນປະສົມໃຫ້ເຂົ້າກັນພັກໄວ້.

4 ໃສ່່ນ້ຳມັນພືດລົງໄປໃນໝໍ້ເລັກໜ້ອຍ ໝໍ້ເລີ່ມຮ້ອນແລ້ວໃສ່ກະທຽມລົງໄປຈຽວໃຫ້ຫອມ ໃສ່ຫອມບົ່ວໃຫຍ່ ລົງໄປຂົ້ວຈົນສຸກ, ຈາກນັ້ນໃສ່ປາໝຶກລົງໄປຂົ້ວຕາມດ້ວຍສ່ວນປະສົມຂອງໄຂ່ເຄັມ ປຸງລົດດ້ວຍສະອິວຂາວ ຊັອດຫອຍ ແລະ ນ້ຳຕານ ຊີມລົດຊາດຕາມໃຈມັກ.

May be an image of food

5 ປຸງລົດຊາດໄດ້ແລ້ວກໍໃສ່ໝາກເຂົ້ວ, ຫອມບົ່ວໃບ ແລະ ເຊເລີຣີລົງໄປຂົ້ວໄວໆ ກໍຖືວ່າຮຽບຮ້ອຍພ້ອມຕັກເສີບໄດ້ເລີຍ.

ທີ່ມາ: laapzaab.com/3-salted-egg-dishes/