4 ສາເຫດທີ່ອາດເຮັດໃຫ້ “ ຫຼັບໆ ຕື່ນໆ ” ຕອນກາງຄືນ

801

ເຊື່ອວ່າຫຼາຍຄົນທີ່ກຳລັງນອນຫຼັບພັກຜ່ອນໃນຕອນກາງຄືນ ຈະຕ້ອງເຄີຍຮູ້ສຶກອາລົມໃຈຮ້າຍກັນແນ່ແລ້ວ ຖ້າຢູ່ດີໆຕົນເອງຈະຕ້ອງຕື່ນມາໃນຕອນກາງຄືນທັງໆ ທີ່ຍັງບໍ່ເຊົ້າເທື່ອ ຍິ່ງໃຜທີ່ນອນຫຼັບຍາກໆຢູ່ແລ້ວ ຕ້ອງມາຕື່ນກາງເດິກແບບນີ້ກໍຄົງຕ້ອງກັບໄປຕັ້ງໃຈຫຼັບໃໝ່ ຫຼື ບໍ່, ບາງຄົນຕື່ນແລ້ວອາດຈະຕ້ອງຕື່ນເລີຍ ເພາະຈະໃຫ້ນອນຕໍ່ກໍຄົງຈະນອນບໍ່ຫຼັບຈົນຮອດເຊົ້າ ຫຼື ຫຼັບຕໍ່ຍາກ.

May be an image of one or more people and indoor

ຮູ້ບໍ່ວ່າການທີ່ມີອາການຫຼັບໆ ຕື່ນໆ ຈະສົ່ງຜົນໃຫ້ເຮົານອນຫຼັບພັກຜ່ອນບໍ່ພຽງພໍ ລວມເຖິງເກີດຜົນເສຍຕໍ່ສຸຂະພາບໄດ້ອີກ, ສະນັ້ນເຮົາມາເບິ່ງສາເຫດເບື້ອງຕົ້ນທີ່ເຮັດໃຫ້ເຮົາມີອາການຫຼັບໆ ຕື່ນໆ ຫຼື ມັກຕື່ນກາງຄືນຕະຫຼອດ ມາຝາກກັນ.

4 ສາເຫດທີ່ອາດເຮັດໃຫ້ “ ຫຼັບໆ ຕື່ນໆ ” ຕອນກາງຄືນ

May be an image of one or more people and indoor

1 ຄວາມຄຽດ

ແນ່ນອນວ່າຄວາມຄຽດເປັນໜຶ່ງໃນສາເຫດທີ່ເຮັດໃຫ້ມີອາການຫຼັບໆ ຕື່ນໆ ເພາະທ່ານອາດຈະມີຄວາມກັງວົນຕ່າງໆທີ່ເຮັດໃຫ້ເກີດຄວາມຄຽດສະສົມ ຈົນເຮັດໃຫ້ຮ່າງກາຍຮູ້ສຶກອ່ອນລ້າແບບບໍ່ຮູ້ຕົວ ນອກຈາກຄວາມຄຽດແລ້ວຍັງລວມເຖິງຄວາມຮູ້ສຶກວິຕົກກັງວົນໃນເລື່ອງຕ່າງໆ ບໍ່ວ່າຈະເປັນເລື່ອງສ່ວນຕົວ ຫຼື ເລື່ອງວຽກ ເພາະສະນັ້ນຢາກແນະນຳໃຫ້ຫຼຸດຄວາມກັງວົນໃນຈິດໃຈໃຫ້ຫຼຸດລົງ ເມື່ອ ຄວາມກັງວົນ ແລະ ຄວາມຄຽດນັ້ນຄ່ອຍໆຈາງລົງໄປຈະເຮັດໃຫ້ທ່ານນອນຫຼັບສະໜິດໄດ້ຫຼາຍຂຶ້ນ.

May be an image of 1 person and indoor

2 ອາການເຈັບປ່ວຍ

ເມື່ອທ່ານບໍ່ສະບາຍ ປວດທ້ອງ ປວດຕາມຕົນຕົວ ເປັນພະຍາດກ່ຽວກັບການນອນຫຼັບ ມີບັນຫາເລື່ອງລະບົບການຫາຍໃຈ ມີອາການໄອ ຫຼື ມີອາການເຈັບປ່ວຍຕ່າງໆຢູ່ນັ້ນ ແນ່ນອນວ່າອາການເຫຼົ່ານີ້ສາມາດໄປລົບກວນທ່ານຕອນທ່ານຫຼັບໂດຍທີ່ທ່ານບໍ່ຮູ້ຕົວ ເພາະສະນັ້ນຢາກແນະນຳໃຫ້ຄວນຮີບຫາວິທີແກ້ໄຂ ຫຼື ພົບແພດເພື່ອຮັກສາ ບໍ່ດັ່ງນັ້ນທ່ານກໍຈະຕ້ອງມາຫຼັບໆ ຕື່ນໆ ກາງເດິກຢູ່ແບບນີ້ ເຊິ່ງມັນບໍ່ດີຕໍ່ຮ່າງກາຍຂອງທ່ານແນ່ນອນ.

May be an image of one or more people and indoor

3 ສິ່ງແວດລ້ອມ

ລອງສັງເກດສະພາບແວດລ້ອມຂອງທີ່ພັກຂອງທ່ານເບິ່ງ ບໍ່ວ່າຈະເປັນບ້ານທີ່ທ່ານອາໄສ, ອາພາດເມັ້ນ ຫຼື ຫໍພັກວ່າບໍລິເວນທີ່ພັກຂອງທ່ານນັ້ນມີຮ້ານຄ້າ ຫຼື ຮ້ານບັນເທີງທີ່ຕ້ອງສຽງດັງຕະຫຼອດທັງຄືນ ຫຼື ບໍ່ ລວມເຖິງບາງທີອາດຈະກ່ຽວກັບຄວາມສະຫວ່າງເກີນໄປຂອງຫ້ອງນອນຂອງທ່ານເອງ ສິ່ງເຫຼົ່ານີ້ທີ່ເປັນສະພາບແວດລ້ອມນັ້ນ ສາມາດເປັນສາເຫດໜຶ່ງທີ່ເຮັດໃຫ້ຮ່າງກາຍຂອງທ່ານຫຼັບບໍ່ສະໜິດ ແລະ ເຮັດໃຫ້ທ່ານມີອາການຫຼັບໆ ຕື່ນໆ ນັ້ນເອງ.

May be an image of child and indoor

4 ການຮັບປະທານອາຫານ

ບໍ່ເຊື່ອກໍຕ້ອງເຊື່ອວ່າການຮັບປະທານອາຫານເປັນໜຶ່ງໃນສາເຫດທີ່ສາມາດເຮັດໃຫ້ທ່ານນອນຫຼັບໆ ຕື່ນໆ ຫຼື ຕື່ນມາກາງເດິກໄດ້ ເນື່ອງຈາກບາງທີສຳລັບໃຜທີ່ມັກຮັບປະທານອາຫານເດິກໆ ແລ້ວນອນເລີຍ ແນ່ນອນວ່າຕ້ອງມາອາການແໜ້ນທ້ອງ ຮູ້ສຶກອຶດອັດ ອາຫານບໍ່ຍ່ອຍ ບາງຄົນເຖິງກັບມີອາການຈຸກສຽບຈົນຕ້ອງຕື່ນຂຶ້ນມາກາງເດິກ ການມີພຶດຕິກຳແບບນີ້ສາມາດສ່ຽງເປັນກົດໄຫຼຍ້ອນ ເພາະສະນັ້ນຕ້ອງລະວັງໄວ້ ແນະນຳວ່າກິນແລ້ວຢ່າຟ້າວໄປນອນຈະດີທີ່ສຸດ.

ທີ່ມາ: www.sanook.com/health/28569/