ສືບທອດ ແລະ ພັດທະນາ ກ່ອນມາເປັນສິນຄ້າ “ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ”

411

ຄອບຄົວ ທ່ານ ອຸ່ນຕານ ໃຈຍະພົມ ຊົນເຜົ່າລື້ ຢູ່ບ້ານພຽງດອກຄຳ ເມືອງບຸນເໜືອ ແຂວງ ຜົ້ງສາລີ ໄດ້ໝູນໃຊ້ຄວາມຮູ້ພູມປັນຍາຈາກຮຸ່ນປູ່ – ຍ່າ, ພໍ່ – ແມ່ສືບທອດຕໍ່ຍອດການຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ໃຫ້ເປັນອາຊີບຫຼັກຂອງຄອບຄົວ ຈົນມາຮອດປັດຈຸບັນ, ວິທີການເຮັດແມ່ນໄດ້ມີການປ່ຽນແປງພັດທະນາຂຶ້ນເປັນແຕ່ລະໄລຍະ ເພື່ອໃຫ້ໄດ້ຜະລິດຕະພັນທີ່ດີຂຶ້ນເລື້ອຍໆຈົນເຮັດໃຫ້ຜະລິດຕະພັນເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກຂອງຄອບຄົວໄດ້ຮັບການຢັ້ງຢືນເປັນສິນຄ້າໂອດ໋ອບ.

ໃນວາລະກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີ ຄອບຄົວຂອງ ທ່ານ ອຸ່ນຕານ ໃຈຍະພົມ ໄດ້ຮັບກຽດໃຫ້ເປັນຕົວແບບຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມ ໂດຍແມ່ນ ທ່ານ ນາງ ສີມອນ ດວງມະນີ ເປັນຕົວແທນໃຫ້ຄອບຄົວ ກ່າວໃນບາງຕອນວ່າ: ໃນເມືອກ່ອນຄອບຄົວຕົນເອງແມ່ນເຮັດນາປູກເຂົ້າເປັນຫຼັກ ພ້ອມທັງຄ້າຂາຍເພື່ອລ້ຽງຊີບ, ຕໍ່ມາໄດ້ມີແນວຄິດຢາກຊື້ – ຂາຍເຮັດທຸລະກິດ ເພື່ອໃຫ້ມີລາຍຮັບເພີ່ມ ຈຶ່ງໄດ້ໄປປຶກສາຫາລືກັບພໍ່ລຸງແມ່ປ້າ ຢູ່ແຂວງອຸດົມໄຊ ທີ່ຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກມາກ່ອນ. ຈາກນັ້ນຄອບຄົວຂ້າພະເຈົ້າເລີ່ມຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ປີ 2002 ດ້ວຍການລົງທຶນໃນເບື້ອງຕົ້ນມູນຄ່າ 50 ລ້ານກີບ ນັບທັງທຶນຄົງທີ່ ແລະ ທຶນໝູນວຽນ. ຈາກນັ້ນ, ຈຶ່ງໄດ້ໄປປຶກສາຄວາມເປັນໄປໄດ້ດ້ວຍຫຼາຍປັດໄຈ ເປັນຕົ້ນແຫຼ່ງທີ່ມາຂອງວັດຖຸດິບ ເຊັ່ນ: ເຂົ້າຈ້າວແຂງ ທັງພາຍໃນແຂວງ ແລະ ຕ່າງ ແຂວງ, ຊອກຫາຕະຫຼາດຜູ້ບໍລິໂພກ ເພື່ອຈຳໜ່າຍສົ່ງອອກ. ໃນເມື່ອເຫັນໄດ້ມີຜູ້ບໍລິໂພກຫຼາຍຂຶ້ນ ແລະ ສັງເກດເຫັນວ່າບັນດາຫ້າງຮ້ານ, ຜູ້ບໍລິໂພກມີ ຄວາມຕ້ອງການບໍລິໂພກ ຄອບຄົວຂ້າພະເຈົ້າຈຶ່ງໄດ້ຈັດຊື້ອຸປະກອນການຜະລິດຈຳນວນໜຶ່ງຕື່ມ ເພື່ອຜະລິດສະໜອງທັນກັບຄວາມຕ້ອງການຂອງຕະຫຼາດພາຍໃນແຂວງຜົ້ງສາລີ.

อาจเป็นรูปภาพของ 3 คน, ผู้คนกำลังยืน และกลางแจ้ง

ທ່ານ ນາງ ສີມອນ ດວງມະນີ ໃຫ້ຮູ້ຕື່ມອີກວ່າ: ຄອບຄົວຕົນເອງໄດ້ຕັດສິນໃຈລົງທຶນຈັດຊື້ນຳເຂົ້າເຄື່ອງຈັກຜະລິດເສັ້ນເຂົ້າປຽກ ຈຳນວນ 1 ເຄື່ອງ, ຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ເພື່ອບໍລິການຈຳໜ່າຍສູ່ຕະຫຼາດພາຍໃນແຂວງ ທີ່ມີລູກຄ້າປະຈຳ ແລະ ຮ້ານບໍລິການ ເຊັ່ນ: ຮ້ານອາຫານ, ຮ້ານເຝີ ພາຍໃນແຂວງ ມີປະມານ 50 ກວ່າຮ້ານ. ມາຮອດກາງປີ 2019 ໄດ້ມີແນວຄວາມຄິດຢາກຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ໃຫ້ລູກຄ້າບໍລິໂພກຮັບຮູ້ຢ່າງກວ້າງຂວາງ, ມີຕະຫຼາດຜູ້ບໍລິໂພກໝັ້ນຄົງຕາມທິດທາງຂອງພັກ – ລັດ ໃນການສົ່ງເສີມສິນຄ້າພາຍໃນ ກໍຄືຫົວໜ່ວຍທຸລະກິດປຸງແຕ່ງຂະໜາດນ້ອຍໃຫ້ມີຄວາມເຂັ້ມແຂງ ຈຶ່ງຍົກລະດັບຄຸນນະພາບການຜະລິດຕາມມາດຕະຖານຂອງສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໋ອບ ) ຈົນໃນທີ່ສຸດຜະລິດຕະພັນເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກຂອງຄອບຄົວໄດ້ບັນລຸການປະຕິບັດຕາມມາດຖານ ໄດ້ຮັບປະກາດນຳໃຊ້ກາໝາຍສິນຄ້າໂອດ໋ອບໃນປີ 2019. ນັບແຕ່ນັ້ນເປັນຕົ້ນມາ ຜະລິດຕະພັນສິນຄ້າຂອງຄອບຄົວໄດ້ເປັນທີ່ຍອມຮັບຂອງບັນດາລູກຄ້າ ຈຶ່ງເຮັດໃຫ້ຄອບຄົວໄດ້ເອົາໃຈໃສ່ຜະລິດ ແລະ ຈຳໜ່າຍຫຼາຍຂຶ້ນກວ່າເກົ່າ; ການນຳໃຊ້ເຂົ້າສານແຂງຜະລິດເສັ້ນເຂົ້າຊອຍ ສະເລ່ຍ 36 ໂຕນຕໍ່ປີ ສາມາດຜະລິດເສັ້ນເຂົ້າຊອຍໄດ້ 79.200 ກິໂລ ກຣາມຕໍ່ປີ; ເຂົ້າປຽກ 14 ໂຕນຕໍ່ປີ ສາມາດຜະລິດເສັ້ນເຂົ້າປຽກໄດ້ 28.800 ກິໂລກຣາມຕໍ່ປີ ແລະ ເຂົ້າປຸ້ນ 10.800 ກິໂລ ກຣາມຕໍ່ປີ.

ไม่มีคำอธิบายรูปภาพ

ຜະລິດຕະພັນທີ່ປຸງແຕ່ງອອກມາແມ່ນໄດ້ສົ່ງຂາຍຕາມທ້ອງຕະຫຼາດ ແລະ ຈຳນວນໜຶ່ງແມ່ນສົ່ງໃຫ້ພໍ່ຄ້າຄົນກາງ ເພື່ອສົ່ງຂາຍພາຍໃນແຂວງ ແລະ ສາມາດສ້າງລາຍຮັບໃຫ້ຄອບຄົວຈາກການຜະລິດຂາຍເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ. ໃນນັ້ນ, ການລົງທຶນ ສະເລ່ຍ 756 ລ້ານກີບຕໍ່ປີ, ລາຍຈ່າຍປະມານ 499 ລ້ານກວ່າກີບຕໍ່ປີ ແລະ ລາຍຮັບສຸດທິ 2,5 ຕື້ກວ່າກີບຕໍ່ປີ. ນອກຈາກສ້າງລາຍຮັບທຸລະກິດເຂົ້າໃນຄອບຄົວແລ້ວຍັງເປັນການສ້າງອາຊີບ, ສ້າງວຽກເຮັດງານທຳໄດ້ສ່ວນໜຶ່ງ.

ທ່ານ ນາງ ສີມອນ ດວງມະນີ ໃຫ້ຮູ້ອີກວ່າ: ຍ້ອນແນວທາງຂອງພັກ – ລັດ ແລະ ຄວາມສູ້ຊົນອົດທົນຂອງຄອບຄົວຕົນເອງ ຈຶ່ງເຮັດໃຫ້ການຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ມີຂໍ້ສະດວກຫຼາຍດ້ານ ໂດຍຈາກທຸລະກິດຂອງຄອບຄົວໄດ້ກາຍເປັນຜະລິດຕະພັນປຸງແຕ່ງຮັບໃຊ້ ແລະ ບໍລິການພາຍໃນ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ; ລູກຄ້າມີການຕອບຮັບເປັນຢ່າງດີ ແລະ ສ້າງໃຫ້ຫຼາຍກຸ່ມວຽກມີວຽກເຮັດງານທຳ ເຊັ່ນ: ຜູ້ຜະລິດວັດຖຸດິບ, ປຸງແຕ່ງ, ຂົນສົ່ງ, ຜູ້ບໍລິການ. ຄຽງຄູ່ກັບຄວາມສະດວກນັ້ນກໍຍັງມີຂໍ້ຫຍຸ້ງຍາກບາງດ້ານ ເປັນຕົ້ນແມ່ນບົດຮຽນປະສົບການໃນການຜະລິດ ແລະ ຈຳໜ່າຍ; ການຫຸ້ມຫໍ່ ແລະ ການໂຄສະນາຍັງບໍ່ທັນທົ່ວເຖິງ; ເຂົ້າຈ້າວແຂງພາຍໃນແຂວງບໍ່ສາມາດຕອບສະໜອງໄດ້ ຈຳເປັນຕ້ອງນຳເຂົ້າຈາກຕ່າງແຂວງ.

ไม่มีคำอธิบายรูปภาพ

ດ້ານແຜນໃນຕໍ່ໜ້ານີ້ຈະສືບຕໍ່ໂຄສະນາຜະລິດຕະພັນ ເຊັ່ນ: ສ້າງຕົວແທນ, ສາຂາຈຳໜ່າຍໃຫ້ຫຼາຍຂຶ້ນ ແລະ ການເຂົ້າຮ່ວມງານວາງສະແດງສິນຄ້າຕ່າງໆເພື່ອໂຄສະນາສິນຄ້າ; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງສົ່ງເສີມປະຊາຊົນພາຍໃນເມືອງປູກເຂົ້າຈ້າວ; ຈະສືບຕໍ່ເອົາໃຈໃສ່ຂອດການປຸງແຕ່ງ ແລະ ເຕັກນິກການຜະລິດໃຫ້ມີຄວາມສະອາດ ເພື່ອຮັບປະກັນດ້ານສຸຂະນາໄມ ແລະ ສືບຕໍ່ພັດທະນາຄຸນນະພາບຂອງສິນຄ້າໃຫ້ໄດ້ມາດຕະຖານ; ສືບຕໍ່ສຶກສາການຫຸ້ມຫໍ່ວິທີອົບແຫ້ງບັນຈຸໃສ່ກ່ອງສຳເລັດຮູບຕື່ມ ເພື່ອເພີ່ມລາຍການຜະລິດຕະພັນສິນຄ້າໃຫ້ມີຫຼາກຫຼາຍຮູບແບບຕາມທີ່ລູກຄ້າຕ້ອງການ.

( ເນື້ອໃນບົດ: ສົມຄິດ ແກ້ວນວນລາ )