ວັກຊີນ 5​00.000 ໂດສ​ ທີ່ໄດ້ຮັບການຊ່ວຍເຫຼືອຮອບໃໝ່ຈາກລັດຖະບານ ສປ​ ຈີນ​ ມາຮອດ​ ສປປ​ ລາ​ວ​ ແລ້ວ

776

ວັກຊີນຊີໂນຟາມ​ (Sinopharm)​ ຈຳນວນ​ 500.000​ ໂດສ​ ທີ່ໄດ້ຮັບການຊ່ວຍເຫຼືອຮອບໃຫມ່ຈາກລັດຖະບານແຫ່ງ ສປ​ ຈີນ ຖືກສົ່ງຈັດມາຮອດສະໜາມບິນສາກົນວັດໄຕ,​ ນະຄອນຫຼວງວຽງຈັນ​ແລ້​ວ​ ໃນຕອນແລງວັນທີ​ 14​ ມິຖຸນາ​ 2021​ ນີ້

ເຂົ້າຮ່ວມຕ້ອນຮັບວັກຊີນໃນຄັ້ງນີ້ນຳໂດຍ ທ່ານ​ ດຣ​ ລັດຕະນະໄຊ​ ເພັດ​ສຸ​ວັນ​ ຫົວໜ້າກົມ​ຄວບຄຸມ​ພະຍາດ​ຕິດຕໍ່ ກະຊວງສາທາລະນະສຸກ,​ ທ່ານ ດຣ​ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ​ ພ້ອມດ້ວຍບັນດາພາກກ່ຽວຂ້ອງ​,​ ຜູ້ຕ່າງໜ້າຈາກສະຖານທູດ​ຈີນ​ ປະຈຳ​ ສປປ​ ລາວ​ ແລະ​ ສື່ມວນຊົນເຂົ້າຮ່ວມ.

ທ່ານ ດຣ​ ພອນປະເສີດ ອຸນາພົມ​ ໃຫ້ສຳພາດວ່າ: ວັກຊີນທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານແຫ່ງ ສປ​ ຈີນ​ ໃນຄັ້ງນີ້​ ເປັນຈຳນວນ 500.000​ ໂດສ​ ພ້ອມດ້ວຍອຸປະກອນສຳລັບການສັກຄົບຊຸດ​ ໂດຍພິທີມອບ-ຮັບ​ ວັກຊີນຢ່າງເປັນທາງການແມ່ນຈັດຈະຂຶ້ນໃນຕອນແລງວັນທີ​ 15​ ມິຖຸນາ​ 2021​ ທີ່​ກະຊວງສາທາລະນະສຸກ.

ທ່ານ ດຣ. ພອນປະເສີດ ອຸນາພົມ ກ່າວໃນພິທີຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດເພືອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 12 ມິຖຸນາ 2021 ວ່າ:ປັດຈຸບັນ ພວກເຮົາໄດ້ຮັບການຢືນຢັນ ວ່າທາງລັດຖະບານ ສປ ຈີນ ຈະຕອບສະໜອງວັກແຊັງຊີໂນຟາມມາໃຫ້ ສປປ ລາວ ຕື່ມອີກ ຈຳນວນ 500.000 ໂດສ. ເພາະສະນັ້ນ ແຕ່ລະແຂວງແມ່ນສາມາດປະຕິບັດສັກເຂັມ 1 ຮອບທີ 2 ໄປໄດ້ເລີຍ ແລະ ໃຫ້ປະຊາຊົນທຸກຄົນທີ່ຢູ່ໃນກຸ່ມເປົ້າໝາຍທີ່ມີອາຍຸແຕ່ 18 ປີຂຶ້ນໄປ ສາມາດເຂົ້າໄປສັກຢາວັກຊີນ ຮອບທີ 2 ເຂັມ 1 ສຳລັບວັກແຊັງຊີໂນຟາມ ໄດ້ຕາມຈຸດບໍລິການ ນັບແຕ່ວັນຈັນທີ 14 ມິຖຸນາ ເປັນຕົ້ນໄປ ໂດຍໃຫ້ແຕ່ລະແຂວງເອົາໃຈໃສ່ຈັດຕັ້ງປະຕິບັດ.


ສະເພາະນະຄອນຫຼວງວຽງຈັນ ໃນວັນທີ 15 ມິຖຸນານີ້ ກໍຈະໄດ້ມີການສັກວັກແຊັງຊີໂນຟາມ ຮອບທີ 2 ເຂັມ 1 ເຊັ່ນກັນຕາມຈຸດບໍລິການເຊັ່ນ: ຈຸດສະມາຄົມຈີນ ເມືອງຈັນທະບູລີ, ໂຮງໝໍເມືອງຈັນທະບູລີ, ໂຮງໝໍເມືອງສີໂຄດຕະບອງ ແລະ ມໍຕົ້ນສີໄຄ, ມສ ມິດຕະພາບລາວຫວຽດ ເມືອງໄຊເສດຖາ, ສະໜາມກິລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ, ເມືອງນາຊາຍທອງ ແມ່ນຢູ່ໂຮງໝໍນ້ອຍອີ່ໄລ ແລະ ໂຮງໝໍນ້ອຍບ້ານບົວ, ໂຮງໝໍເມືອງໄຊທານີ ແລະ ໂຮງໝໍນ້ອຍໂຄກສີວິໄລ, ໂຮງໝໍເມືອງຫາດຊາຍຟອງ, ຫ້ອງການສາທາລະນະສຸກ ເມືອງສັງທອງ ແລະ ໂຮງໝໍເມືອງປາກງື່ມ.