ສະຫວັນນະເຂດ ມອບ-ຮັບ ຫຼາຍຕຳແໜ່ງ ສຳຄັນຂອງໃນສະພາແຂວງ

480

ພິທີມອບ-ຮັບໜ້າທີ່ລະຫວ່າງ ປະທານ ສະພາ, ຄະນະກຳມະການ ແລະເລຂາທິການສະພາປະຊາ ຊົນແຂວງສະຫວັນນະເຂດ ຊຸດທີ I ແລະຊຸດທີ II ຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 9 ມິຖຸນາ 2021, ທີ່ຫ້ອງປະຊຸມສະ ພາປະຊາຊົນແຂວງພາຍໃຕ້ການ ເປັນກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍ ການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີກໍ່ໄດ້ມີການຜ່ານເນື້ອ ໃນບົດບັນທຶກການມອບ-ຮັບ ໜ້າທີ່ລະຫວ່າງປະທານຄະນະ ປະຈຳສະພາປະຊາຊົນແຂວງຊຸດ ທີ I ແລະຊຸດທີ II, ຄະນະເລຂາທິ ການສະພາປະຊາຊົນແຂວງຊຸດ ເກົ່າ ແລະຊຸດໃໝ່ແລະບົດບັນທຶກ ການມອບ-ຮັບໜ້າທີ່ລະຫວ່າງ ປະທານຄະນະກຳມະການຍຸຕິ ທຳ ແລະ ປກຊ-ປກສ, ປະທານ ຄະນະກຳມະການເສດຖະກິດ, ແຜນການ ແລະການເງິນ ແລະປະ ທານຄະນະກຳມະການວັດທະ ນະທຳ-ສັງຄົມ ແລະບັນດາເຜົ່າ ຊຸດທີ I ແລະຊຸດທີ II.

ໃນພິທີກໍ່ໄດ້ມີການລົງນາມໃນ ບົດບັນທຶກການມອບ-ຮັບໜ້າ ທີ່ວຽກງານກັນຢ່າງເປັນທາງ ການລະຫວ່າງທ່ານ ປອ ຄຳເຜີຍ ຜັນທະຈອນ ປະທານຄະນະປະຈຳ ສະພາປະຊາຊົນແຂວງ ຊຸດທີ I ກັບທ່ານ ກົງແກ້ວ ມີວໍລະຈັກ ປະ ທານຄະນະປະຈຳສະພາປະຊາ ຊົນແຂວງ ຊຸດທີ II ແລະ ລະ ຫວ່າງທ່ານ ຫວັນຄຳ ອິນທິຈັກ ຄະນະເລຂາທິການສະພາປະຊາ ຊົນແຂວງ ຊຸດທີ I ກັບ ທ່ານ ພູທອນ ພຸດທະຂັນຕິ ຄະນະເລ ຂາທິການສະພາປະຊາຊົນແຂວງ ຊຸດທີ II ພ້ອມທັງມີການເຊັນມອບ-ຮັບໜ້າທີ່ວຽກງານຂອງທັງ 3 ຄະນະກຳມະການຂອງສະພາຄື: ທ່ານ ຄຳດີ ສຸວັນນະສານ ປະ ທານຄະນະກຳມະການເສດຖະ ກິດ, ແຜນການ ແລະການເງິນ ຊຸດທີ I ແລະ ທ່ານ ສະແຫວງ ນັນ ທະວົງ ປະທານຄະນະກຳມະການ ເສດຖະກິດ, ແຜນການແລະການ ເງິນຊຸດທີ II,

ທ່ານ ພັທ ສັງວານ ວົງວິໄລ ປະທານຄະ ນະກຳມະທິການຍຸຕິທຳ, ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຊຸດທີ I ແລະທ່ານ ທອງໄສ ອິນທິແສງ ປະທານຄະນະກຳມະ ທິການຍຸຕິທຳ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊຸດທີ II ແລະລະຫວ່າງທ່ານ ບຸນເຕັມ ຊວງສາຍະວົງ ປະທານຄະນະ ກຳມະການ ວັດທະນະທຳ-ສັງຄົມ ແລະບັນດາເຜົ່າ ຊຸດທີ I ແລະທ່ານ ທ່ານ ຄຳດີ ສຸວັນນະສານ ປະ ທານຄະນະກຳມະການວັດທະ ນະທຳ-ສັງຄົມ ແລະບັນດາເຜົ່າ ສະພາປະຊາຊົນແຂວງຊຸດ ທີ II ໂດຍຊ້ອງໜ້າທ່ານ ສັນຕິພາບ ພົມ ວິຫານ ເຈົ້າແຂວງສະຫວັນ ນະເຂດ ພ້ອມດ້ວຍ ບັນດາທ່ານແຂກ ແລະການຈັດຕັ້ງທີ່ກ່ຽວຂ້ອງຂັ້ນຕ່າງໆ ທີ່ເຂົ້າຮ່ວມເປັນສັກຂີພະຍານ.