ຂ່າວຮ້າຍເປີດອາທິດໃໝ່ ມື້ນີ້ຕິດເຊື້ອອີກ 14 ຄົນ, ນະຄອນຫຼວງ 7

952

 

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່່, ກະຊວງສາທາລະນະສຸກ – ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດ COVID-19 ໄດ້ລາຍງານ ສະພາບການລະບາດຂອງພະຍາດ COVID-19 ມາຮອດວັນທີ 13 ມິຖຸນາ 2021 ມີຜູ້ຕິດເຊື້ອສະສົມ 2010 ກໍລະນີ ຕິດເຊື້ອໃໝ່ 14 ຄົນ.

ສະເພາະວັນທີ 13 ມິຖຸນາ 2021 ໄດ້ເກັບຕົວຢູ່າງມາກວດວິເຄາະທັງໝົດ 1.407 ຕົວຢ່າງ ກວດພົບຜູ້ ຕິດເຊື້ອທັງໝົດ 14 ກໍລະນີ , ໃນນັ້ນ ຈາກນະຄອນຫຼວງ 7 ກໍລະນີ ແມ່ນການຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສໍາຜັດໃກ້ຊິດກັບຜູ້ຕິດເຊື້້ອເກົົ່າ. ສ່ວນສະຫວັນນະເຂດ 3 ກໍລະນີ , ຈໍາປາສັກ 3 ກໍລະນີ ແລະ ແຂວງວຽງຈັນ 1 ກໍລະນີ ຕິດເຊື້ອຈາກສໍາຜັດໃກ້ຊິດ ແລະ ທີ່ເຫຼືອ ແມ່ນກໍລະນີນຳເຂົ້າ ເຊິື່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ.


ຈາກຜູ້ຕິດເຊື້ອໃໝ່ຄືດັ່ງກ່າວເຮັດໃຫ້ມີຜູ້ຕິດເຊື້ອສະສົມທັງໝົດ 2.010 ກ ລະນີ (ໃໝ່ 14) ເສຍຊີວິດ 3 ກໍລະນີ (ໃໝ່ 0) – ປິ່ນປົວຫາຍດີສະສົມ 1.880 ກໍລະນີ – ກໍາລັງປິ່ນປົວ 127 ກໍລະນີ.

ສຳລັບເຂດສ່ຽງ/ສະຖານທີ່່ຜູ້ຕິດເຊື້ອໄດ້ເດີນທາງໄປ ວັນທີ 8 ມິຖຸນາ 2021 ຕະຫຼາດສີໄຄ, ວັນທີ 8/06/2021: ໄດ້ໄປການຄັ້ງສຸດທ້າຍ ປະຈໍາຢູ່ທະນາຄານ ST ສາຂາ ນະຄອນຫຼວງ , ບ້ານສີຫອມ, ເມືອງຈັນທະບູລີ
ວັນທ 9/06/2021: ຕະຫຼາດເກົ້າລ້ຽວ
ວັນທີ 10/06/2021: ງານສົບຢູ່ວັດແກ້ວປ່າ
ວັນທ 10/06/2021: ໄປຮ້ານຂາຍເຄື່ອງຍ່ອຍຢູ່ສາມແຍກໄຟແດງສີໄຄ

ວັນທ 11/06/2021: ຄລີນິກເອກະຊົນຢູ່ບ້ານນາແຮ່
ວັນທ 11/06/2021: ໄປເຮັດວຽກຄ້າສຸດທ້າຍ ຢູ່ຮ້ານຂາຍເຄື່ອງອອນໄລ ບ້ານ ໂນນແກ້ວ,
ໄປເຮັດວຽກທຸກໆມື້ຈົນຮອດວັນທີ 12/06/2021: ຮ້ານຂາຍໂທລະສັບ LCC ບ້ານດົງປະລານ
ວັນທີ 12/6/2021 ໄດ້ພາລັກໄປຊື້ເຄື່ອງຫຼິື້ນຢູ່ຕະຫຼາດຊັ່ງຈຽງ – ໄປຕະຫຼາດຈັນສະຫວ່າງທຸກໆມື້.

ປະຈຸບັນ ຈໍານວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 17 ບ້ານ ໃນ 07 ເມືອງ ແລະ ບ້ານໃໝ່ທີ່ກໍານົດເປັນບ້ານເຂດແດງໃນວັນທີ 14 ມິຖຸນາ 2021 ມີ 2 ບ້ານຄື : ບ້ານເກົ້າລ້ຽວ ແລະ ບ້ານ ໂພສີເມືອງສີ ໂຄດຕະບອງ, ນະຄອນຫຼວງວຽງ ຈັນ.