ເຈົ້າແຂວງໆ ຜົ້ງສາລີ ລົງຊີ້ນຳວຽກງານ ຢູ່ດ່ານສາກົນ ປາງຫົກ

445

ໃນວັນທີ 13 ມີຖຸນາ 2021 ນີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ດ່ານສາກົນປາງຫົກ, ໂດຍໃຫ້ການຕ້ອນຮັບ ຈາກຄະນະດ່ານ, ພະນັກງານລັດຖະກອນປະຈຳດ່ານຢ່າງອົບອຸ່ນ.


ທ່ານ ພັນຕີ ຫລຽນທອງ ພົງທະດີ ຮອງຫົວຫນ້າຄຸ້ມຄອງດ່ານສາກົນປາງຫົກ ໄດ້ລາຍງານວ່າ: ດ່ານສາກົນປາງຫົກມີເນື້ອທີ່ 1,63 ຮຕ, ຕັ້ງຢູ່ເສັ້ນທາງເລກທີ 2E ເຂດຫັ້ຼກໝາຍຊາຍແດນ 113 ລະຫ່ວາງຊາຍແດນລາວ-ຫວຽດນາມ, ເຊີງໜ້າກັບດ່ານສາກົນໄຕຈາງ ສສ ຫວຽດນາມ. ວຽກງານການເຄື່ອນໄຫວກວດກາລາດຕະເວນ, ຕິດຕາມສະພາບລຽບຕາມຊາຍແດນສາມາດກັກຕົວຄົນຕ່າງປະເທດລັກລອບເຂົ້າເມືອງຜິດກົດໝາຍໄດ້ທັງໝົດ 20 ຄົນ, ຍິງ 4 ຄົນ, ເດັກ 2 ຄົນ, ວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ -19 ໃນໄລຍະຜ່ານມາໄດ້ມີການຕິດຕາມ ແລະ ແທກອຸດນະພູມໃຫ້ໂຊເຟີລົດ, ຜູ້ເດີນທາງເຂົ້າ-ອອກດ່ານປົກກະຕິ, ໄດ້ປະສານກັບໜ່ວຍສະເພາະກິດຂອງເມືອງໃໝ່ ແລະ ບັນດາແຂວງ ນຳສົ່ງຄົນເຂົ້າເມືອງໄປກັກຕົວຢູ່ສູນ 1096 ຄົນ, ຍິງ 205 ຄົນ.

ສຳລັບລົດບັນທຸກສີນຄ້າປະເພດສີນຄ້າຜ່ານແດນ, ເຄື່ອງຍ່ອຍແມ່ນໃຫ້ຄຽນຖ່າຍເຄື່ອງຢູ່ຫຼັກໝາຍ, ລົດບັນທຸກສິນຄ້າ ປະເພດຊີມັງ, ປະເພດທາດແຫຼວ ແມ່ນໃຫ້ຄຽນລົດ ແລະ ຄົນຂັບ ຢູ່ຫຼັກໝາຍ. ການຈັດເກັບລາຍຮັບຂອງບັນດາຂະແໜງການໃນໄລຍະ 05 ເດືອນ ຕົ້ນປີ ສາມາດປະຕິບັດໄດ້ທັງໝົດ 6,9 ຕື້ ເທົ່າກັບ 30 % ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນ ຂອງປີ 2020 ປະຕິບັດໄດ້ 13,26 ຕື້ ຫຼຸດລົງ 48% ເທົ່າກັບ 6,4 ຕື້.

ໃນໂອກາດນີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະດ່ານ ແລະ ພະນັກງານລັດຖະກອນທຸກຂະແໜງການທີ່ປະຈຳດ່ານ ທີ່ສາມາດພ້ອມກັນຈັດຕັ້ງປະຕິບັດວຽກງານສຳເລັດໃນຫຼາຍດ້ານໃນໄລຍະທີ່ຜ່ານ. ພ້ອມກັນນັ້ນທ່ານຍັງໄດ້ແໜ້ນໝັກ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ປະຈຳດ່ານຈົ່ງພ້ອມກັນເອົາໃຈໃສ່ ວຽກກງານການເມືອງ-ແນວຄິດ ໄປຄຽງຄູ່ກັບການຈັດຕັ້ງວຽກງານວິຊາສະເພາະເພື່ອເຮັດໃຫ້ວຽກງານແຕ່ລະດ້ານສຳເລັດຕາມຄາດໝາຍ ແລະ ມີຄຸນນະພາບດີ.

ເພີ້ມທະວີວຽກງານປ້ອງກັນຊາດ–ປ້ອງກັນຄວາມສະຫງົບໃນການຕິດຕາມກວດກາການຄົນລັກລອບເຂົ້າເມືອງແບບຜິດກົດໝາຍລຽບຕາມຊາຍແດນຢ່າງເປັນປົກກະຕິ, ເອົາໃຈໃສ່ຈັດຕັ້ງການປ້ອງກັນເວນຍາມເພື່ອຄວາມເປັນລະບຽບຮຽບຮ້ອຍ, ຄຸ້ມຄອງ ແລະ ຊຸກຍູ້ໃຫ້ພາກສ່ວນເອກະຊົນທີມາປະກອບກິດຈະການຢູ່ອ້ອມຂ້າງດ່ານໃຫ້ມີການເຄື່ອນໄຫວຖືກຕ້ອງຕາມກົດລະບຽບກົດໝາຍ, ມີຄວາມປັນລະບຽບຮຽບຮ້ອຍ, ຍົກສູງຄວາມເອົາໃຈໃສ່ໃນການປ້ອງກັນກັ້ນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ–19 ໃຫ້ມີຄວາມປອດໄພ. ໃນໂອກາດເຄື່ອນໄຫວໃນຄັ້ງນີ້, ທ່ານເຈົ້າແຂວງພ້ອມຄະນະ ຍັງໄດ້ໄປຢ້ຽມຍາມໝວດປ້ອງກັນຊາຍແດນ 601 ທີ່ຂື້ນກັບກອງຮ້ອຍ 116 ແລະ ມອບຊຸດກີລາຈຳນວນໝື່ງຕື່ມອີກ.