ຍອດສົ່ງອອກເດືອນເມສາ ຂອງເຢຍລະມັນເພີ່ມຂຶ້ນ 0,3% ໃກ້ລະດັບກ່ອນໂຄວິດ

210

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງການເປີດເຜີຍຂອງສຳນັກງານສະຖິຕິແຫ່ງຊາດເຢຍລະມັນ (Destatis) ໃຫ້ຮູ້ວ່າ: ຍອດສົ່ງອອກຂອງເຢຍລະມັນໃນເດືອນເມສາ 2021 ເພີ່ມຂຶ້ນ 0,3% ເມື່ອທຽບກັບເດືອນມີນາ 2021 ເຊິ່ງໃກ້ຈະຈຸລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ.


ລາຍງານລະບຸວ່າ: ຍອດສົ່ງອອກໃນເດືອເມສາຂອງເຢຍລະມັນໄປຍັງອາເມຣິກາເພີ່ມຂຶ້ນ 59,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ມີມູນຄ່າ 10,1 ຕື້ເອີໂຣ, ຂະນະທີ່ຍອດສົ່ງອອກໄປ ສປ ຈີນ ເພີ່ມຂຶ້ນ 16% ມູນຄ່າ 8,4 ຕື້ເອີໂຣ.


ທ່ານ ໂຢອາຄິມ ແລັງ ປະທານສະມາຄົມອຸດສາຫະກຳເຢຍລະມັນ (BDI) ເປີດເຜີຍວ່າ: ການເຮັດທຸລະກິດກັບຈີນ ຊ່ວຍຍູ້ໜູນໃຫ້ຍອດຂາຍປັບຕົວຂຶ້ນ, ໃນຂະນະດຽວກັນການສົ່ງອອກໄປສະຫະລັດອາເມຣິກາກໍກຳລັງຟື້ນຕົວຕໍ່ເນື່ອງ ແລະ ຄາດວ່າ ແຜນກະຕຸ້ນເສດຖະກິດຂອງອາເມຣິກາໃນວົງເງິນມະຫາສານ ຈະກາຍເປັນແຮງຍູ້ເຮັດໃຫ້ຄວາມຕ້ອງການສິນຄ້າຈາກເອີຣົບເພີ່ມຂຶ້ນໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້.