ສະເຕີລິງ ຍິງປະຕູໄຊຊ່ວຍໃຫ້ ອັງກິດ ລ້າງຕາ ໂຄຣອາຊີ ໄດ້ສໍາເລັດ ເກັບໄຊຊະນະນັດທໍາອິດໃນ ຢູໂຣ 2020

986
England's Raheem Sterling celebrates after scoring his side's opening goal during the Euro 2020 soccer championship group D match between England and Croatia at Wembley stadium in London, Sunday, June 13, 2021. (Glyn Kirk/Pool Photo via AP)

ການແຂ່ງຂັນບານເຕະ ຢູໂຣ 2020   ນັດທີ 7 ຂອງການແຂ່ງຂັນເປັນການພົບກັນລະຫວ່າງ ທີມຊາດອັງກິດ ( ອັນດັບ 4 ຂອງໂລກ ) ພົບກັບ ທີມຊາດໂຄຣອາຊີ ( ອັນດັບ 14 ຂອງໂລກ ) ໃນວັນທີ 13 ມິຖຸນາ 2021 ເວລາ 20:00 ໂມງ ທີ່ສະໜາມ Wembley Stadium ປະເທດອັງກິດ ເຊິ່ງເປັນນັດທີ 1 ຂອງກຸ່ມ D.

ຜ່ານການແຂ່ງຂັນປາກົດວ່າ: ທີມຊາດ ອັງກິດ ຄອງເກມໄດ້ເປັນສ່ວນຫຼາຍໃນເຄິ່ງເວລາທໍາອິດ ແລະ ມີໂອກາດໄດ້ລຸ້ນສອງສາມຄັ້ງແຕ່ຍັງບໍ່ດີພໍ.

 

ສ່ວນເຄິ່ງເວລາທີ 2 ນາທີໆ 57 ທີມຊາດອັງກິດ ໄດ້ປະຕູຂຶ້ນນໍາຈາກ ຣາຮິມ ສະເຕີລິງ ໄດ້ບານຈາກເພື່ອນຮ່ວມທີມສົ່ງໃຫ້ໃນເຂດໂທດ ກ່ອນຍິງສະແລັບມືຂອງຜູ້ຮັກສາປະຕູ ໂຄຣອາຊີ ເຂົ້າໄປ.

 

ສ່ວນໄລຍະເວລາທີ່ເຫຼືອ ໂຄຣອາຊີ ເລີ່ມຄອງເກມໄດ້ຫຼາຍຂຶ້ນເລັກໜ້ອຍ, ແຕ່ຍັງເຈາະປະຕູຂອງ ອັງກິິດ ບໍ່ໄດ້ ເຊັ່ນດຽວກັບອັງກິດ ບໍ່ສາມາດຍິງປະຕູເພີ່ມຈົບເກມ ທີມມຊາດອັງກິດ ເອົາຊະນະໄປຫວຸດຫວິດ 1-0 ເກັບ 3 ຄະແນນທໍາອິດຂອງກຸ່ມ D ໄດ້ສໍາເລັດ

ໄຊຊະນະນັດນີ້ ອັງກິດ ສາມາດລ້າງຕາໄດ້ສໍາເລັດ ເນື່ອງຈາກໃນບານໂລກ 2018 ໂຄຼອາຊີ ດັບຝັນທີມຊາດອັງກິດ 2-1 ໃນຮອບຮອງຊະນະເລີດ ເຮັດໃຫ້ ໂຄຣອາຊີ ເຂົ້າໄປຊີງກັບ ຝຣັ່ງ ກ່ອນເສຍໄປ 2-4.

ນອກນັ້ນ, ຍັງເພມສະຖິຕິການພົບກັນ 10 ຄັ້ງ:
-ທີມຊາດອັງກິດ ຊະນະ 6 ຄັ້ງ
-ທີມຊາດໂຄຣອາຊີ ຊະນະ 3 ຄັ້ງ
– ສະເໝີກັນ 1 ຄັ້ງ