ຢູໂຣ 2020 ຄູ່ບິກແມັດຄືນນີ້ ທີມຊາດອັງກິດ ລ້າງຕາກັບ ໂຄຣອາຊີ ຄູ່ແຂ່ງທີ່ເຄີຍດັບຝັນໃນບານໂລກ

526

ຖືເປັນນັດບິກແມັດນັດທໍາອິດປະຈໍາການແຂ່ງຂັນບານເຕະ ຢູໂຣ 2020 ລະຫວ່າງວັນທີ 12 ມິຖຸນາ – 12 ກໍລະກົດ 2021 ກໍຄືນັດທີ 7 ປະຈໍາການແຂ່ງຂັນເປັນການພົບກັນລະຫວ່າງ ທີມຊາດອັງກິດ ( ອັນດັບ 4 ຂອງໂລກ ) ພົບກັບ ທີມຊາດໂຄຣອາຊີ ( ອັນດັບ 14 ຂອງໂລກ ) ໃນວັນທີ 13 ມິຖຸນາ 2021 ເວລາ 20:00 ໂມງ ທີ່ສະໜາມ Wembley Stadium ປະເທດອັງກິດ ເຊິ່ງເປັນນັດທີ 1 ຂອງກຸ່ມ D.

ນັດນີ້ຖືເປັນນັດລ້າງຕາຂອງ ອັງກິດ ເນື່ອງຈາກໃນບານໂລກ 2018 ໂຄຼອາຊີ ດັບຝັນທີມຊາດອັງກິດ 2-1 ໃນຮອບຮອງຊະນະເລີດ ເຮັດໃຫ້ ໂຄຣອາຊີ ເຂົ້າໄປຊີງກັບ ຝຣັ່ງ ກ່ອນເສຍໄປ 2-4.

ໄປເບິ່ງຈຸດເດັ່ນຂອງ ອັງກິດ ນໍາທີມໂດຍ ແກເຣດ ເຊົາເກດ ຜູ້ຈັດການທີມທີ່ມີປະສົບການກັບທີມຊາດອັງກິດ, ສ່ວນນັກເຕະຖືເປັນນັກເຕະຊັ້ນນໍາຂອງໂລກນໍາໂດຍ ແຮຣີ ເຄນ ກອງໜ້າຕົວເກັ່ງປະຈໍາພຣີເມຍລີກ ອັງກິດ, ມາຄັສ ແຣຊຟອດ, ຈາດອນ ຊານໂຊ, ແຈັກ ກຣີລິຊ, ແຮຣີ ແມັກໄກວ ແລະ ອື່ນໆ.

ສ່ວນ ໂຄຣອາຊີ ກໍບໍ່ໜ້ອຍໜ້າ ນໍາໂດຍ ຊິລັດໂກ ຄາລິຊ ທີ່ມີຜົນງານໂດດເດັ່ນໃນບານໂລກ 2018 ດ້ວຍການພາທີມຄວ້າຮອງແຊັມ ( ເສຍໃຫ້ ຝຣັ່ງ 2-4 ), ສ່ວນນັກເຕະທີ່ໜ້າຕິດຕາມກໍມີ ລູກາ ໂມດຣິຊ ກອງກາງຕົວເກັ່ງຈາກຣີລ ມາດຣິດ, ອິວານ ເປຣິຊິຊ, ເຄຢັນ ລອຟເຣນ ແລະ ອື່ນໆ.

+ສະຖິຕິການພົບກັນ 9 ຄັ້ງ:
-ທີມຊາດອັງກິດ ຊະນະ 5
-ທີມຊາດໂຄຣອາຊີ ຊະນະ 3 ຄັ້ງ
– ສະເໝີກັນ 1 ນັດ

+ຜົນງານ 3 ນັດຫຼ້າສຸດ
-ອັງກິດ: ຊະນະ ໂປໂລຍ 2-1, ຊະນະ ໂອຕຣິດ 1-0 ແລະ ຊະນະ ໂຣມານີ 1-0
-ໂຄຼອາຊີ: ຊະນະ ມອລຕາ 3-0, ສະເໝີ ອາເມເນຍ 1-1 ແລະ ເສຍໃຫ້ ແບນຊິກ 0-1