ແຈ້ງເຕືອນຝົນຕົກໜັກ ຈາກອິດທິພົນຂອງພາຍຸ ຄໍກູມະ

1189

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 13 ມິຖຸນາ 2021ວ່າ: ພາຍຸ ຄໍກູມະ KOGUMA ຫົວທີ 4 ປະຈໍາປີ 2021 ໃນເວລາ 7:00 ໂມງ ກໍາລັງເຄື່ອນທີ່ຢູ່ເສັ້ນຂະໜານທີ 20.0 ອົງສາເໜືອ ແລະ ເສັ້ນແວງທີ 105.8 ອົງສາຕາເວັນອອກ ພວມເຄື່ອນທີ່ເຂົ້າທາງພາກກາງຕອນເໜືອ ຂອງປະເທດຫວຽດນາມ ແລະ ສືບຕໍ່ເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ມີກໍາລັງແຮງພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ກໍ່ໃຫ້ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມກະທັນຫັນ ເແລະ ດິນເຈື່ອນ ທີ່ຈະເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນໃນໄລຍະວັນທີ 13-14 ມີຖຸນາ 2021 ນີ້ ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ສ່ວນປະລິມານນໍ້າຝົນໃນ24ຊົ່ວໂມງຜ່ານມາ ຝົນຕົກແຮງສຸດຢູ່ຫຼັກ20 ແທກໄດ້119.3 ມິນລິແມັດ, ນາກາຍ104.5ມິນລິແມັດ, ປາກຊ່ອງ 97.3 ມິນລິແມັດ. ສ່ວນນນະຄອນຫຼວງວຽງຈັນແທກໄດ້12.3ມິນລິແມັດ

ສະພາບອາກາດຕົວຈິງ ປະຈໍາວັນທີ 13 ມິຖຸນາ 2021

.

.

.