ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວວຽກງານ ຢູ່ ເຂດເສດຖະກິດພິເສດວັງເຕົ່າ-ໂພນທອງ

471

ໃນວັນທີ 10 ມິຖຸນາ 2021 ຜ່ານມາ,  ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ວຽກງານຢູ່ ເຂດເສດຖະກິດພິເສດວັງເຕົ່າ-ໂພນທອງ ແລະ ໄດ້ຢ້ຽມຢາມ, ໂອ້ລົມ ເຈົ້າໜ້າທີ່, ຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຈາກແຂວງ ແລະ ເມືອງໂພນທອງ ເຂົ້າຮ່ວມ.

ທ່ານ ພັນເອກ ສຸກັນ ໄຕໄຊຍະວົງ ຫົວໜ້າຄະນະຄຸ້ມຄອງດ່ານ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງດ່ານສາກົນວັງເຕົ່າ ປະຈຳເດືອນ ພຶດສະພາ ປີ 2021, ແມ່ນໄດ້ສຸມໃສ່ໃນການກວດກາສິນຄ້າຢ່າງເຂັ້ມງວດ ເພື່ອເກັບລາຍ ຮັບເຂົ້າງົບປະມານ ໃຫ້ໄດ້ຕາມກໍານົດ, ການກວດກາ ແລະ ກັກກັນເເຮງງານ ທີ່ກັບຄືນມາຈາກປະເທດເພື່ອນບ້ານ ແລະໄດ້ຜ່ານການຄັດກອງຫາພະຍາດໂຄວິດ-19 ( COVID-19 ) ຢ່າງເຂັ້ມງວດ.

ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຊີ້ນຳໃຫ້ ຄະນະນໍາຂອງດ່ານ ຕ້ອງໄດ້ຖືເອົາວຽກງານການເມືອງ – ແນວຄິດ ເປັນບັນຫາສໍາຄັນໃນການສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ຮັບຮູ້ເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຈຳປາສັກ ໃຫ້ເລິກເຊິ່ງ ກຳແໜ້ນ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 9 ຂອງແຂວງ ແລະເມືອງ. ເພີ່ມທະວີ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຮອບດ້ານ ສືບຕໍ່ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ COVID – 19.


ຈາກນັ້ນ, ທ່ານເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ລົງຕິດຕາມ ໂຄງການກໍ່ສ້າງອາຄານ ດ່ານສາກົນວັງເຕົ່າ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ມີມູນຄ່າກໍ່ສ້າງໂຄງການ 98,3 ຕື້ກີບ ຄວາມຄືບໜ້າຫລ້າສຸດຂອງໂຄງການແມ່ນປະຕິບັດໄດ້ 82,96%.

ຢ້ຽມຢາມ ໂຄງການກໍ່ສ້າງ ທ່າບົກວັງເຕົ່າ, ເຂດເສດຖະກິດພິເສດວັງເຕົ່າ-ໂພນທອງ, ສຳລັບ ບັນດາ ກິດຈະການ ແລະ ແຜນງານໃນການກໍ່ສ້າງ ຕ່າງໆ ແມ່ນ ສຳເລັດແລ້ວ 95 %.

ຂ່າວ: ທັດຊະນະ