ເຈົ້າແຂວງວຽງຈັນ ລົງຊຸກຍູ້ວຽກງານຮອບດ້ານຢູ່ເມືອງຊະນະຄາມ

319

ທ່ານ ຄໍາພັນ ສິດທິດໍາພາ  ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະທີມງານການນໍາຂັ້ນແຂວງ ໄດ້ລົງຢ້ຽມຢາມພົບປະໂອ້ລົມ ແລະ ຊີ້ນໍາວຽກງານຮອບດ້ານຢູ່ເມືອງຊະນະຄາມ ໃນວັນທີ 10 ມິຖຸນາຜ່ານມານີ້ ໂດຍການເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ສະໝານ ວິເສດຍະພົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ ພ້ອມດ້ວຍບັນດາຄະນະນໍາຂັ້ນເມືອງ ແລະ ພະນັກງານຫຼັກແຫຼ່ງ ທີ່ສະໂມສອນຂອງເມືອງດັ່ງກ່າວ.


ທ່ານ ສະໝານ ວິເສດຍະພົງ ໄດ້ຕາງໜ້າໃຫ້ແກ່ຄະນະພັກ, ອົງການປົກຄອງເມືອງ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງຊະນະຄາມ ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ XI ຂອງພັກ, ມະຕິ VI ຂອງອົງຄະນະພັກແຂວງວຽງຈັນ ແລະ ມະຕິ VII ຂອງອົງຄະນະພັກເມືອງ ແລະ ທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2025) ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ຊຶ່ງໄດ້ວາງວິໄສທັດຕາມ 3 ແລວທາງເສດຖະກິດ ໂດຍຖືເອົາການພັດທະນາດ້ານກະສິກໍາ ຕິດພັນກັບອຸດສາຫະກໍາປຸງແຕ່ງ ເຊື່ອມໂຍງກັບການຄ້າຊາຍແດນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ, ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຄວບຄຸມ, ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຄໍາສັ່ງເລກທີ 06/ນຍ, ຄໍາສັ່ງເລກທີ 15/ນຍ ແລະ ຄໍາສັ່ງຂອງເຈົ້າແຂວງເລກທີ 007 ຢ່າງເຂັ້ມງວດ, ໂຄສະ ນາປຸກລະດົມປະຊາຊົນໃຫ້ໄດ້ຮັບວັກຊິນຢ່າງທົ່ວເຖິງ.


ຈາກນັ້ັ້ນບັນດາພະແນກການຕ່າງໆ ຍັງໄດ້ມີຄໍາຄິດເຫັນໂອ້ລົມຕໍ່ກອງປະຊຸມ ເພື່ອເຮັດໃຫ້ການປະຕິບັດວຽກງານໄດ້ມີຄວາມຖືກຕ້ອງ ແລະ ການກໍານົດແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ມີຈຸດສຸມອັນລະອຽດ, ສອດຄ່ອງກັບສະພາບການ ແລະ ມີປະສິດທິພາບຍິ່ງຂຶ້ນ.

ໃນໂອກາດການລົງຊຸກຍູ້ວຽກງານຮອບດ້ານໃນຄັ້ງນີ້ ທ່ານເຈົ້າແຂວງວຽງຈັນ ກໍໄດ້ມີຄໍາເຫັນໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ຄະນະນໍາ, ກົມກອງ, ຫ້ອງການ, ຕະຫຼອດເຖິງບັນດາພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ທີ່ໄດ້ພ້ອມກັນສຸມໃສ່ທຸກໜ້າທີ່ວຽກງານ ທີ່ການຈັດຕັ້ງໄດ້ມອບໝາຍໃຫ້ ອັນໄດ້ເຮັດໃຫ້ມີຜົນສໍາເລັດໃນຫຼາຍດ້ານໃນໄລຍະຜ່ານມາ, ພ້ອມກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກການຈັດຕັ້ງພາຍໃນເມືອງ ຈົ່ງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງບັນດາໜ້າວຽກຕ່າງໆຕໍ່ໜ້າໃຫ້ມີປະສິດທິພາບເປັນຕົ້ນ ເອົາໃຈໃສ່ທາງດ້ານວຽກງານ ປກຊ-ປກສ ເພື່ອສຸມໃສ່ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃຫ້ຫຼຸດລົງເທື່ອລະກ້າວ, ເອົາໃຈໃສ່ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ໃນການລົງເກັບລາຍຮັບງົບປະມານໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ຊຸກຍູ້ຂະບວນການຜະລິດໃນດູຝົນຂອງປະຊາຊົນ ພ້ອມທັງເຝົ້າລະວັງການປ່ຽນແປງຂອງສະພາບດິນຟ້າອາກາດເພື່ອແຈ້ງເຕືອນໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນກັບສະພາບການ, ເອົາໃຈໃສ່ໃນການຄຸ້ມຄອງລາຄາສິນຄ້າ ແລະ ປຸກລະດົມການນໍາໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ, ຈັດຕັ້ງການສອບເສັງເລື່ອນຊັ້ນຂອງນັກຮຽນໃຫ້ສໍາເລັດ, ພ້ອມທັງປົກປັກຮັກສາ, ປັບປຸງບັນດາອຸປະກອນ, ອາຄານສະຖານທີ່ການຮຽນ-ການສອນຂອງບັນດາໂຮງຮຽນຕ່າງໆໃນໄລຍະພັກແລ້ງ ແລະ ຕິດຕາມອາການເຈັບເປັນຂອງບັນດາລູກຫຼານພາຍໃນຄອບຄົວ ເພື່ອໄດ້ຮັບການປິ່ນປົວທີ່ຖືກຕ້ອງ, ເປັນເຈົ້າການໃນການຕອບໂຕ້ສະກັດກັ້ນໃຫ້ທັນກັບສະພາບການ ແລະ ປຸກລະດົມປວງຊົນໃຫ້ມີຄວາມຮັບຮູ້, ມີສະຕິໃນການຕິດຕາມບັນດາຂໍ້ມູນຂ່າວສານຕ່າງໆຂອງທາງການ ທີ່ມີຄວາມຖືກຕ້ອງ ແລະ ສືບຕໍ່ໃນປະຕິບັດມາດຕະການປ້ອງກັນການຄວບຄຸມ, ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິພາບ.


ໃນໂອກາດດຽວກັນນີ້ ພາຍຫຼັງທີ່ສໍາເລັດກອງປະຊຸມ ທ່ານ ຄໍາພັນ ສິດພິດໍາພາ ພ້ອມດ້ວຍຄະນະ ກໍໄດ້ມອບບັນດາເຄື່ອງຊ່ວຍເຫຼືອ ແລະ ງົບປະມານຈໍານວນໜຶ່ງ ເພື່ອຊຸກຍູ້ວຽກງານປ້ອງກັນ, ສະກັດກັ້ນພະຍາດ ໂຄວິດ-19 ໃຫ້ແກ່ຄະນະສະເພາະກິດເມືອງຊະນະຄາມ, ຈາກນັ້ນໃນຕອນບ່າຍຂອງວັນດຽວກັນຄະນະທີມງານ ກໍໄດ້ສືບຕໍ່ລົງຕິດຕາມການສ້າງເສັ້ນທາງເລກທີ 11 ລະຫວ່າງສັນຍາທີ 1 ແລະ ສັນຍາທີ 2 ຢູ່ເຂດບ້ານໂນນສະຫວັນ ເມືອງຊະນະຄາມ ແລະ ສືບຕໍ່ລົງຢ້ຽມຢາມຄອບຄົວເຮັດການຜະລິດກະສິກໍາເປັນສິນຄ້າ ທາງດ້ານການປູກ ແລະ ການລ້ຽງ ທີ່ເປັນຕົວແບບດ້ານການຜະລິດເປັນສິນຄ້າ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວເປັນຈໍານວນຫຼາຍ.

(ຂ່າວ-ພາບ: ສະຫຼິງ ບຸນຍາວົງ)