ທະນາຄານກາງເອີຣົບ ຍັງຮັກສາດອກເບ້ຍນະໂຍບາຍ 0%

371

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງເອີຣົບ (ECB) ມີມະຕິຍັງຮັກສາບອດເບ້ຍນະໂຍບາຍ 0% ແລະ ຍັງຮັກສາວົງເງິນຊື້ພັນທະບັດໄວ້ທີ່ 1.850ຕື້ເອີໂຣ.


ກອງປະຊຸມສະພາຜູ້ບໍລິຫານຂອງ ECB ໄດ້ເຫັນດີຮັກສາດອກເບ້ຍນະໂຍບາຍ ຫຼື ອັດຕາດອກເບ້ຍຣີຟາຍແນນໄວ້ທີ່ 0% ເຊິ່ງເປັນລະດັບຕ່ຳສຸດ ແລະ ຍັງຮັກສາອັດຕາດອກເບ້ຍເງິນຝາກທີ່ທະນາຄານທຸລະກິດຝາກໄວ້ກັບ ທີ່ລະດັບ -0,50%, ຂະນະທີ່ອັດຕາດອກເບ້ຍເງິນກູ້ຢູ່ທີ່ 0,25%.


ນອກຈາກນີ້ ຍັງເຫັນດີເປັນເອກະພາບຮັກສາວົງເງິນຊື້ພັນທະບັດໃນໂຄງການ Pandemic Emergency Purchase Programme (PEPP) ໄວ້ທີ່ລະດັບ 1,85 ລ້ານລ້ານເອີໂຣ (1.850 ຕື້ເອີໂຣ) ເຊິ່ງ ECB ຈະຊື້ພັນທະບັດຕາມໂຄງການດັ່ງກ່າວຈົນຮອດເດືອນມີນາ 2022 ໂດຍຈະຊື້ພັນທະບັດໃນວົງເງິນເດືອນລະ 20 ຕື້ເອີໂຣ.