ກຸ່ມ G7 ປະກາດຈະບໍລິຈາກວັກຊີນປ້ອງກັນໂຄວິດ 1.000 ລ້ານໂດສໃຫ້ປະເທດທຸກຍາກ

483
Leaders of the G7 pose during a group photo at the G7 meeting at the Carbis Bay Hotel in Carbis Bay, St. Ives, Cornwall, England, Friday, June 11, 2021. Leaders of the G7 begin their first of three days of meetings on Friday, in which they will discuss COVID-19, climate, foreign policy and the economy. Leaders from left, European Council President Charles Michel, U.S. President Joe Biden, Japan's Prime Minister Yoshihide Suga, British Prime Minister Boris Johnson and Italy's Prime Minister Mario Draghi. (Phil Noble, Pool via AP)

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ນຳກຸ່ມປະເທດອຸດສາຫະກຳຊັ້ນນຳ 7 ປະເທດ (G7) ຈະປະກາດແບ່ງປັນວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ປະເທດທຸກຍາກ ແລະ ປະເທດກຳລັງພັດທະນາ ໂດຍຜ່ານໂຄງການໂຄແວັກ.


ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ກ່າວໃນລະຫວ່າງເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ ຈີ 7 ຈັດຂຶ້ນທີ່ອັງກິດວ່າ ສະຫະຣາຊະອານາຈັກຈະບໍລິຈາກວັກແຊັງປ້ອງກັນໂຄວິດ-19 ຈຳນວນ 100 ລ້ານໂດສໃຫ້ແກ່ໂຄງການໂຄແວັກ ເພື່ອສົມທົບກັບສະຫະລັດອາເມຣິກາທີ່ ປະທານາທິບໍດີ ໂຈ ໄບເດັນໄດ້ປະກາດບໍລິຈາກວັກແຊັງປ້ອງກັນໂຄວິດຈຳນວນ 500 ລ້ານໂດສໄປແລ້ວນັ້ນ.


ຂະນະດຽວກັນນາຍົກລັດຖະມົນຕີອັງກິດ ຄາດການວ່າ ກຸ່ມປະເທດຈີ 7 ຈະຮ່ວມກັນບໍລິຈາກວັກແຊັງໃຫ້ແກ່ໂຄງການໂຄແວັກໃຫ້ໄດ້ 1 ພັນລ້ານໂດສ ເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກ ແລະ ປະເທດກຳລັງພັດທະນາ (ມີລາຍໄດ້ປານກາງ) ໃຫ້ສາມາດສ້າງພູມຄຸ້ມກັນໝູ່ໃຫ້ແກ່ປະຊາຊົນໄດ້ຢ່າງພຽງພໍ, ທັງນີ້ ຜູ້ນຳກຸ່ມ ຈີ7 ມີເປົ້າໝາຍຮ່ວມກັນເບື້ອງຕົ້ນ ໃຫ້ທົ່ວໂລກສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນຢ່າງທົ່ວເຖິງພາຍໃນປີ 2022.