ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມປະກາດ ທ່ານ ບຸນມີ ພຸດທະວົງ ອອກພັກການ ຮັບອຸດໜູນບໍານານ

539

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີ ປະກາດພະນັກງານການນໍາຂັ້ນ​ສູງອອກພັກການ-ຮັບອຸດໜູນບໍານານ ຊຶ່ງ​ພິ​ທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນໃນວັນທີ 11 ມິຖຸນານີ້ ທີ່ຫ້ອງປະຊຸມຂອງກະຊວງ ກ​ຊ​ສ ໂດຍ​ມີທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.


ທ່ານ ນາງ ທອງຈັນ ອະຄະມະເຂດ ຫົວໜ້າກົມຈັດຕັ້ງ-ພະ​ນັກ​ງານ ກຊສ ໄດ້ຂຶ້ນອ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍ ການປະດັບຫຼຽນໄຊແຮງງານ, ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການມອບໃບຍ້ອງຍໍລັດຖະບານ ແລະ ເອກະສານສໍາຄັນອື່ນໆ. ຈາກນັ້ນ ທ່ານ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ໂດຍ​ໄດ້​ອະ​ນຸ​ມັດ​ໃຫ້​ ທ່ານ ບຸນມີ ພຸດທະວົງ ຮອງເລຂາຄະນະພັກກະຊວງ,ຮອງລັດຖະມົນຕີ ກຊສ ອອ​ກ​ພັກ​ການ​ຮັບ​ອຸດ​ໜູນ​ບຳ​ນານ.


ໃນພິທີ, ຍັງໄດ້ມີການປະດັບຫຼຽນໄຊແຮງງານ, ຫຼຽນກາ​ແຮງ​ງານ ແລະ ໃບຍ້ອງຍໍ ໃຫ້ພະ​ນັກ​ງານ​ທີ່​ມີ​ຜົນ​ງານດີເດັ່ນ ​ໃນ​ການປະກອບສ່ວນເຂົ້າໃນການປັບປຸງກົດໝາຍທີ່ດິນ, ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ແລະ ສ້າງກົດໝາຍອຸຕຸນິຍົມ ແລະ ອຸທົກກະສາດ ຊຶ່ງຈໍານວນຜູ້ທີ່ໄດ້ຮັບ ມີທັງໝົດ 157 ທ່ານ ແລະ 3 ກົມກອງລວມໝູ່ ໃນນັ້ນ ໄດ້ຮັບຫຼຽນໄຊແຮງງານຊັ້ນ II ມີຈໍານວນ 39 ທ່ານ, ໄດ້ຮັບຫຼຽນໄຊແຮງງານຊັ້ນ III ມີຈໍານວນ 17 ທ່ານ, ຫຼຽນກາແຮງງານ ມີຈໍານວນ 14 ທ່ານ, ໃບຍ້ອງຍໍລັດຖະບານ ມີຈໍານວນ 20 ທ່ານ, ໃບຍ້ອງຍໍຂັ້ນ ກະ​ຊວງມີຈໍານວນ 67 ທ່ານ ແລະ 3 ກົມກອງ.

.

(ຂ່າວ-ພາບ: ແສງຈັນ)