ນັດເປີດຢູໂຣ! ອິຕາລີ ຈາກທີມນອກສາຍຕາກ້າວສູ່ຕົວເຕັງ ກັບເກມບຸກຕ່າງຈາກຫຼາຍປີທີ່ຜ່ານ

539
Italy starting players pose for a team photo at the beginning of the Euro 2020 soccer championship group A match between Turkey and Italy at the Rome Olympic stadium, Friday, June 11, 2021. (AP Photo/Andrew Medichini, Pool)

ກາຍເປັນສີສັນໃໝ່ຂອງທີມຊາດອິຕາລີ ໄປເລີຍຫຼັງສ້າງຜົນງານຢ່າງໂດດເດັ່ນການແຂ່ງຂັນບານເຕະ ຢູໂຣ 2020 ນັດທໍາອິດທີ່ເອົາຊະນະ ທີມຊາດຕວັກກີ ໄປແບບສະບາຍໆ 3-0 ເມື່ອວັນທີ 11 ມິຖຸນາ 2021 ຕາມເວລາໃນປະເທດອິຕາລີ ຫລື ເວລາ2:00ໂມງວັນທີ12 ມິຖຸນາ ຕາມເວລາໃນສປປລາວ ພ້ອມກັບສ້າງສະຖິຕິຫຼາຍໆຢ່າງ.

ນັດດັ່ງກ່າວ ອິຕາລີ ສ້າງເກມບຸກໄດ້ແບບບໍ່ມີມາກ່ອນສ້າງໂອກາດຍິງຕະຫຼອດທັງເກມ ກ່ອນຈະໄດ້ປະຕູຂຶ້ນນໍາຈາກການສະກັດບານເຂົ້າປະຕູຕົວເອງຂອງ ເມຣີ ເດມິຣາລ ກອງຫຼັງຂອງ ຕວັກກີ ນາທີໆ 53, ປະຕູທີ 2 ໄດ້ຈາກ ຊິໂຣ ອິມໂມບິເລ ນາທີໆ 66 ແລະ ປະຕູຕ໊ອກຢໍ້າໄຊຊະນະຈາກກອງໜ້າຕົວເກັ່ງຢ່າງ ລໍເຣນໂຊ ອິນຊິນເຢ ເອົາຊະນະ ຕວັກກີ ໄປ 3-0.

ສະຖິຕິດັ່ງກ່າວເຫັນວ່າ ເກມບຸກຂອງ ອິຕາລີ ແປກຫູແປກຕາຫຼາຍດ້ວຍການຄອງບານ 61%, ສ້າງໂອກາດຍິງໄປ 16 ຄັ້ງ ( ຍິງເຂົ້າເປົ້າ 8 ຄັ້ງ ) ແລະ ເປັນປະຕູ 3 ໜ່ວຍເຊິ່ງນັກເຕະທຸກຄົນມີສ່ວນຮ່ວມກັບທີມຫຼາຍທີ່ສຸດ ໂດຍສະເພາະເກມບຸກ 3 ປະສານມີ ລໍເຣນໂຊ ອິນຊິນເຢ, ຊິໂຣ ອິມໂມບິເລ ແລະ ໂດເມນິໂກ ເບຣາດີ ໄດ້ບານເມື່ອໃດໄດ້ໆລຸ້ນຕະຫຼອດ, ສ່ວນ ຕວັກກີ ຕັ້ງຮັບກັນເປັນສ່ວນໃຫຍ່ສ້າງໂອກາດຍິງໄດ້ພຽງ 2 ຄັ້ງ ( ເຂົ້າເປົ້າ 1 ຄັ້ງ ) ເທົ່ານັ້ນ.

ນອກນັ້ນ, ອິຕາລີ ຍັງສ້າງສະຖິຕິບໍ່ເສຍປະຕູໃຫ້ກັບທີມໃດໃນປີ 2021 ພ້ອມບໍ່ເສຍປະຕູເປັນນັດທີ 9 ຕິດຕໍ່ກັນ ລວມເຖິງບໍ່ເສຍໃຫ້ກັບທີມໃດ 28 ນັດຕິດຕໍ່ກັນໃນທຸກລາຍການນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ ພິເສດນັດນີ້ຍັງເປັນນັດທໍາອິດທີ່ ອິຕາລີ ຊະນະຄູ່ແຂ່ງໄດ້ຂາດລອຍທີ່ສຸດ ເພາະທີ່ຜ່ານມາຊະນະຄູ່ແຂ່ງໄດ້ບໍ່ເກີນ 2 ປະຕູໃນປະຫວັດສາດການແຂ່ງຂັນບານເຕະ ຢູໂຣ

ທີ່ຊາດອິຕາລີ
ທີມຊາດຕວັກກີ

ຈາກສະຖິຕິນີ້ພໍຈະຍົກໃຫ້ກັບ ທີມຊາດອິຕາລີ ກາຍເປັນອີກ 1 ຕົວເຕັງໃນລາຍການນີ້ໄດ້ເລີຍ ເພາະເປັນທີມທີ່ຜ່ານງານດີທີ່ສຸດໃນປີ 2021 ແລະ ຫາຄູ່ແຂ່ງມາຍິງປະຕູໄດ້ຍາກທີ່ສຸດ

ສໍາລັບ ນັດຕໍ່ໄປ ອິຕາລີ ຈະພົບກັບ ສະວິດເຊີແລນ ໃນວັນທີ 17 ມິຖຸນາ 2021 ເວລາ 2:00 ໂມງ (ຕາມເວລາໃນບ້ານເຮົາ),
ສ່ວນຕາຕະລາງແຂ່ງຂັນມື້ນີ້ 12 ມິຖຸນາ 2021 ມີດັ່ງນີ້:
-ເວລ ພົບກັບ ສະວິດ ເວລາ 20:00 ໂມງ
-ດານມາກ ພົບ ແຟງລັງ ເວລາ 23:00 ໂມງ
-ແບນຊິກ ພົບ ຣັດເຊຍ ເວລາ 2:00 ໂມງ