ແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 12 ມີຖຸນາ 2021ຈົ່ງມີສະຕິລະມັດລະວັງພັດແຮງ ນໍ້າຖ້ວມຊຸ

1143

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ພ້ອມມີລົມພັດແຮງທີ່ກໍ່ໃຫ້ເກີດມີນໍ້າຖ້ວມຊຸ ນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນທີ່ອາດຈະເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນໃນໄລຍະ 12-14 ມີຖຸນາ 2021 ນີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກ ແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 12 ມີຖຸນາ 2021 ໂດຍລະບຸວ່າ: ຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ພາດຜ່ານຢູ່ພາກເໜືອຂອງປະເທດລາວ ປ່ອງໃສ່ລົມພາຍຸດີເປຊັນ ທີ່ກໍາລັງເຄື່ອນທີ່ຢູ່ ເກາະໄຮໜານ ຢູ່ເສັ້ນຂະໜານທີ 18.7 ອົງສາເໜືອ ແລະ ເສັ້ນແວງທີ 109.7 ອົງສາຕາເວັນອອກ ເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ຕາມທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ພ້ອມມີລົມພັດແຮງທີ່ກໍ່ໃຫ້ເກີດມີນໍ້າຖ້ວມຊຸ ນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນທີ່ອາດຈະເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນໃນໄລຍະ 12-14 ມີຖຸນາ 2021 ນີ້, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ສະພາບອາກາດຕົວຈິງ ປະຈໍາວັນທີ 12 ມິຖຸນາ 2021 ມີດັ່ງນີ້

.

.

.