ສ່ອງ 7 ນັກທຸລະກິດ ທີ່ຖືກແຕ່ງຕັ້ງເປັນຄະນະ ຊ່ວຍວຽກທ່ານນາຍົກ ລັດຖະມົນຕີ

1610

ນັບແຕ່ປີ 2020 ເປັນຕົ້ນມາ ຫຼາຍປະເທດໃນທົ່ວໂລກ ແມ່ນໄດ້ຮັບຜົນກະທົບໜັກດ້ານເສດຖະກິດ ຍ້ອນການລະບາດເຊື້ອພະຍາດໂຄວິດ-19 ແລະ ສປປ ລາວເຮົາກໍ່ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ, ບັນດາຂະແໜງການທີ່ເປັນເສົາຄໍ້າ ຫຼື ໂຕຊຸກຍູ້ເສດຖະກິດຂອງປະເທດ ໄດ້ມີການຢຸດນິ້ງ ຫຼື ສະລໍໂຕລົງ, ບັນດາທຸລະກິດໃຫຍ່ນ້ອຍ ລວມເຖິງຫົວໜ່ວຍທຸລະກິດ ນ້ອຍ ແລະ ກາງ ກໍ່ໄດ້ຮັບກະທົບເຊັ່ນດຽວກັນ. ດັ່ງນັ້ນ ໃນວັນທີ 4 ມິຖຸນາ 2021 ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອອກຂໍ້ຕົກລົງເລກທີ 50/ນຍ ວ່າດ້ວຍການແຕ່ງຕັ້ງຄະນະ ຊ່ວຍວຽກທ່ານນາຍົກ ລັດຖະມົນຕີ.

ໂດຍເຫັນດີແຕ່ງຕັ້ງຜູ້ປະກອບການພາກທຸລະກິດ ເຂົ້າໃນຄະນະຊ່ວຍວຽກທ່ານນາຍົກລັດຖະມົນຕີ, ປະກອບມີ 7 ທ່ານດັ່ງນີ້: 1. ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ, ຜູ້ອຳນວຍການບໍລິສັດການຄ້າລາວ, ໂຮງແຮມເບສເວນເທົນ ແລະ ຮ້ານອາຫານຟູຈິ (ລາວ); 2. ທ່ານ ສູນທອນ ພົມມະຈັກ, ປະທານທີ່ປຶກສາ ສຄອຊ, ປະທານບໍລິສັດເບຍລາວ; 3. ທ່ານ ຈັນທອນ ສິດທິໄຊ, ຮອງປະທານ ສຄອຊ, ປະທານສະພາບໍລິຫານ ບໍລິສັດ ປີໂຕຣລຽມເທດດີ້ງລາວມະຫາຊົນ, ຜູ້ອຳນວຍການໃຫຍ່ ບໍລິສັດ ສິດທິ ໂລຈິສຕິກລາວ ຈຳກັດ.


4. ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສຄອຊ, ປະທານບໍລິສັດລ້ານຊ້າງອາກຣີຟູ໋ດ ແລະ ຮອງປະທານ ໂຮງໝໍກະເສມລາດ ອິນເຕີເນຊັ່ນແນລວຽງຈັນ; 5. ທ່ານ ພົງສະຫວັດ ເສນາພວນ, ຄະນະທີ່ປຶກສາ ສຄອຊ, ປະທານ ບໍລິສັດພົງຊັບທະວີ ກໍ່ສ້າງ ຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດ; 6. ທ່ານ ເອກະພັນ ພະພິທັກ, ປະທານທະນາຄານຮ່ວມພັດທະນາ JDB ແລະ ທ່ານທີ 7. ທ່ານ ປອ ລິດທິກອນ ພູມມະສັກ, ປະທານສະພາບໍລິຫານ ກຸ່ມບໍລິສັດ AIF.

ເຊິ່ງຄະນະດັ່ງກ່າວ ເຄື່ອນໄຫວວຽກງານຂອງຕົນ ເພື່ອຊ່ວຍທ່ານນາຍົກລັດຖະມົນຕີ ຕາມໜ້າທີ່, ຂອບເຂດສິດ ແລະຄວາມຮັບຜິດຊອບ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ, ລົງວັນທີ 20 ເມສາ 2021. ພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາທ່ານທີ່ຖືກແຕ່ງຕັ້ງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.