ພະແນກອຸດສາຫະກຳ ແລະ ການຄ້າ ບໍລິຄຳໄຊ ເຊື່ອມຊືມເອກະສານສຳຄັນຕ່າງຂອງພັກ

395

ພິທີເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ພະນັກງານລັດຖະກອນພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈັດຂຶ້ນ ໃນວັນທີ 11 ມິຖານາ 2021 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໃຫ້ກຽດເຜີຍແຜ່ເອກະສານສຳຄັນດັ່ງກ່າວໂດຍ ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີບັນດາຮອງຫົວໜ້າພະແນກ ຕະຫຼອດຮອດພະນັກງານລັດຖະກອນ ພາຍໃນເຂົ້າຮ່ວມ.


ສະຫາຍ ໄກສອນ ຈັນສີນາ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຊີ່ງສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ ນຳເອົາເນື້ອໃນຈິດຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ, ເຊື່ອມຊືມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານເປັນຕົ້ນແມ່ນສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປ້ອງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ດ້ານເສດຖະກິດສາມາດຮັກສາການເຕີບໂຕ ໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີມຂຶ້ນ 694 ໂດລ.

ບັນດາໂຄງການລົງທຶນຂະໜາດໃຫຍ່ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ກາຍເປັນແຮງຊຸກດັນຫຼັກ ໃຫ້ແກ່ການພັດທະນາພື້ນຖານເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ ກໍ່ສາມາດຍາດໄດ້ຜົນສຳເລັດສຳຄັນ ສາມາດບັນລຸດັດສະນີ ການພັດທະນາຊັບພະຍາກອນມະນຸດ ຂອງບັນດາປະເທດທີ່ພົ້ນຈາກສະຖານະພາບດ້ອຍພັດທະນາ, ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ມີຄວາມຄືບໜ້າ ແລະ ຫຼຸດລົງຢ່າງຕໍ່ເນື່ອງ ພ້ອມດຽວກັນດ້ານການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວ ຄຽງຄູກັບການສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກຳຂອງບັນດາອົງການອຳນາດລັດ, ວຽກງານມະຫາຊົນຂອງພັກ, ວຽກງານກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກງານມິດຕະພາບ, ການຮ່ວມມືສາກົນ ກໍ່ໄດ້ຮັບຄວາມເອົາໃຈໃສ່ສູງ, ໄດ້ຮັບການປັງປຸງ, ພັດທະນາ ແລະ ສາມາດຍາດໄດ້ຜົນສໍາເລັດເປັນກ້າວໆ.


ໂອກາດດັ່ງກ່າວໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃຫ້ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າ ແລະ ພິທີປະກາດຊັບຊ້ອນພະນັກງານວິຊາການ ຈຳນວນໜຶ່ງ.