ມູນຄ່າການຄ້າລາວ- ອີຢູ ໃນປີ 2020 ບັນລຸຫຼາຍກວ່າ 573 ລ້ານໂດລາ, ສ່ວນຕົ້ນເດືອນກໍລະກົດ 2021 ຈະເປີດໂຄງການ ສົ່ງອອກກາເຟລາວໄປຕະຫຼາດອີຢູ

982

ວັນທີ 11 ມິຖຸນາ 2021, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ Ina Marciulionyte ເອກອັກຄະລັດຖະທູດສະຫະພາບເອີຣົບ(ອີຢູ) ປະຈໍາ ສປປລາວ ເນື່ອງໃນໂອກາດຮັບໜ້າທີ່ ລັດຖະມົນຕີກະຊວງ ອຄ ພ້ອມຫາລືການຮ່ວມມືການຄ້າສອງຝ່າຍລະຫວ່າງ ລາວ ແລະ ອີຢູ.


ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງອີຢູ ຕໍ່ວຽກງານອຸດສາຫະກຳ ແລະ ການຄ້າຕະຫຼອດໄລຍະຜ່ານມາ, ອີຢູ ເປັນຄູ່ຮ່ວມພັດທະນາ ແລະ ໃຫ້ສິດທິພິເສດທາງການຄ້າ, ລວມທັງສະໜັບສະໜູນງົບປະມານ ຈໍານວນ 2,8 ລ້ານເອີໂຣ ໃຫ້ ສປປລາວເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.


ໂອກາດດຽວກັນທັງສອງຝ່າຍ ຍັງໄດ້ປຶກສາຫາລື ດ້ານສິດທິພິເສດທາງການຄ້າຂອງ ສປປ ລາວ ໃນຕະຫຼາດອີຢູ ໂດຍສະເພາະພາຍຫຼັງທີ່ ປະເທດລາວກະກຽມຈະອອກຈາກສະຖານະດ້ອຍພັດທະນາ ເພື່ອເຮັດແນວໃດ ໃຫ້ ສປປລາວໄດ້ມີການສ້າງຄວາມພ້ອມລ່ວງໜ້າ ແລະ ຫຼຸດຜ່ອນຜົນກະທົບ ໃນການຜະລິດອຸດສາຫະກໍາສົ່ງອອກໄປຕະຫຼາດ ອີຢູ.


ທ່ານ ນາງ Ina Marciulionyte ໄດ້ກ່າວສະແດງຄວາມຍິນດີທີ່ ທ່ານມາຮັບໜ້າທີ່ໃໝ່ໃນກະຊວງ ອຄ ພ້ອມຍົກໃຫ້ເຫັນຜົນສໍາເລັດການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມນັ້ນກໍນໍາເອົາ ຂໍ້ມູນ, ເອກະສານ ປະຕິຮູບອົງການການຄ້າໂລກ (WTO) ເຊິ່ງມີຄວາມສໍາຄັນໃນການຮ່າງນະໂຍບາຍຂອງ ອີຢູ, ພວກເຮົາຫວັງວ່າຈະໄດ້ຮັບການ ຮ່ວມມືທີ່ດີໃນການປະຕິຮູບ WTO ໄປພ້ອມໆກັນ. ເພື່ອກ້າວໄປກອງປະຊຸມ ລະດັບລັດຖະມົນຕີ ຄັ້ງທີ 12 ໃນທ້າຍປີນີ້, ສະນັ້ນ ກ່ອນຈະກ້າວໄປກອງປະຊຸມ ລະດັບລັດຖະມົນຕີ ພວກເຮົາຈະຫາລືຄູ່ຮ່ວມງານ, ສະມາຊິກ WTO ຈຸດປະສົງກໍເພື່ອຮ່ວມກັນຟື້ນຟູຜົນກະທົບດ້ານເສດຖະກິດຈາກການລະບາດຂອງພະຍາດ ໂຄວິດ-19 ສໍາລັບທີ່ກ່ຽວຂອງກັບ ສປປລາວ ກໍຄືວຽກງານ ການລົງທຶນ, ອີຄອມເມີດ ລວມທັງວຽກງານສີຂຽວ.


ມູນຄ່າການຄ້າ ລາວ- ອີຢູ ໃນປີ 2020 ມີ 573 ກວ່າລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າການສົ່ງອອກ 424 ກວ່າລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ 148 ກວ່າລ້ານ. ສ່ວນການຮ່ວມມືໃນຕໍ່ໜ້າແມ່ນໄດ້ກະກຽມເປີດໂຄງການ ສົ່ງອອກກາເຟລາວໄປຕະຫຼາດອີຢູ ຄາດວ່າໃນວັນທີ 1 ກໍລະກົດ 2021 ຈະມີພິທີຢ່າງເປັນທາງການ ຢູ່ແຂວງຈໍາປາສັກ.