ຍັງພຽງ ນວ ທີ່ມີການຕິດເຊື້ອໃນຊຸມຊົນ 11 ມິຖຸນາ ລາວ ມີຜູ້ຕິດເຊື້ອ 4 ຄົນ

597

ໃນວັນທີ 11 ມິຖຸນາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ທົ່ວປະເທດມີຕົວເລກສະສົມທົ່ວປະເທດ1.979 ກໍລະນີ (ໃໝ່ 4) ເສຍຊີວິດ 3 ກໍລະນີ, ປິ່ນປົວຫາຍດີສະສົມ 1.827 ກໍລະນີ ກຳລັງປິ່ນປົວ 149 ກໍລະນີ; ວັນທີ 10 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.826 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 4 ກໍລະນີ, ໃນນັ້ນຢູ່ນະຄອນຫຼວງວຽງຈັນ 2 ຄົນຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ແຂວງສະຫວັນນະເຂດ 2 ຄົນ ແມ່ນກໍລະນີນຳເຂົ້າ ແລະ ວັນທີ 10 ມິຖຸນາ ມີຜູ້ເດີນທາງເຂົ້າມາລາວທັງໝົດ 2.355 ຄົນ, ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 51 ສູນ ແລະ ມີຜູ້ຈຳກັດບໍລິເວນ 3.915 ຄົນ,  ພ້ອມໄດ້ຕິດຕາມເຝົ້າລະວັງ ແລະ ກັ່ນກອງຢ່າງເຄັ່ງຄັດບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ທີ່ມີຄວາມຈຳເປັນເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້ ແລະ ໄດ້ນຳໄປກວດຫາເຊື້ອ ແລະ ເຂົ້າຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ. ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ປກຊ ປກສ ແລະ ອຳນາດການປົກຄອງແຕ່ລະຂັ້ນ ຈົ່ງເຂັ້ມງວດໃນການກວດກາຕິດຕາມຊາຍແດນຈຸດຂ້າມລອຍຕ່າງໆເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ.

ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້: ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ ນອກນັ້ນ, ສຳລັບຈຸດກວດ ຢູ່  ມສ ລາວ ຫວຽດ ແມ່ນຍ້າຍໄປເປັນ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູຈຸດໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 17 ບ້ານ ໃນ 6 ເມືອງ.

ທ່ານກ່າວຕື່ມວ່າ: ເຖິງວ່າການລະບາດຢູ່ໃນປະເທດຂອງພວກເຮົາ ຈະມີທ່າອ່ຽງຫຼຸດລົງ ແຕ່ກໍ່ຍັງໄດ້ຮັບການລາຍງານໃນແຕ່ລະວັນ, ຍັງກໍລະນີໃໝ່ທີ່ຕິດເຊື້ອໃນຊຸມຊົນ ແລະ ມີບາງກໍລະນີບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ. ສະນັ້ນ ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ. ການປະຕິບັດດໍາລົງຊິວິດປົກກະຕິແບບໃໝ່ (new normal) ຍັງມີຄວາມຈຳເປັນ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70%ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ເຂດທີ່ມີຄວາມສ່ຽງ, ການເຮັດວຽກຢູ່ບ້ານ ຫຼື ຜັດປ່ຽນກັນມາປະຈໍາການ ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້.

ທ່ານໃຫ້ຮູ້ຕື່ມວ່າ: ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19  ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14ມື້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ.