ໂຄງການສ້າງພະທາດຣັດຕະນະເຈດີສີບຸນເຮືອງເທິງດອຍມ່ອນທາດ ເມືອງຕົ້ນເຜິ້ງ ໃກ້ຈະສຳເລັດໃນສ່ວນໂຄງສ້າງ

460

ຍ້ອນສັດທາອັນແຮງກ້າຂອງປະຊາຊົນບ້ານ ສີບຸນເຮືອງ ເມືອງ ຕົ້ນເຜິ້ງ ກໍ່ຄືພຸດທະສາສະນິກະຊົນ ແລະ ຜູ້ທີ່ມີຈິດໃຈເຫຼືິອມໃສສັດທາທົ່ວໄປຈາກທຸກສາລະທິດທີ່ໄດ້ປະກອບສ່ວນຖວາຍທຶນ ໃນການກໍ່ສ້າງຣັດຕະນະເຈດີສີບຸນເຮືອງ ແລະ ຍ້ອນໄດ້ຮັບການເອົາໃຈໃສ່ສຸມເຫື່ອແຮງ ສະຕິປັນຍາໃນການອອກແບບ ແລະ ຊີ້ນໍາໂຄງການຈາກ ພຣະອາຈານ ຈຸ່ມ ວັດຊະຣະ ຈຶ່ງເຮັດໃຫ້ການສ້າງຣັດຕະນະເຈດີສີບຸນເຮືອງ ໄວ้ເປັນປູຊະນີຍະສະຖານທີ່ສຳຄັນໃນໂຄງການສ້າງດອຍມ່ອນທາດເປັນສູນປະຕິບັດທຳ ແລະ ສູນສຶກສາພຸດທະສິນໄດ້ມີຄວາມຄືບໜ້າຢ່່າງຕໍ່ເນືີ່ອງ.


ພຣະ ອາຈານ ຈຸ່ມ ວັດຊະຣະ ຫົວໜ້າກຳມາທິການສາທາລະນູປະການ ອພສ ແຂວງ ບໍ່ແກ້ວ ເຈົ້າອະທິການວັດສີບຸນເຮືອງ ໄດ້ໃຫ້ຮູ້ວ່າ: ປະຈຸບັນ ໂຄງການກໍ່ສ້າງຣັດຕະນະເຈດີສີບຸນເຮືອງແມ່ນໃກ້ຈະສຳເລັດໂຄງສ້າງຂອງອົງພະທາດທັງໝົດແລ້ວ ເຫຼືອພຽງແຕ່ສ່ວນຍອດ 3 ຊັ້ນສູດທ້າຍກໍ່ຈະສຳເລັດໂຄງສ້າງ 100 %.

ສ່ວນໜ້າວຽກທີ່ຈະໄດ້ສືບຕໍ່ແມ່ນການຕົບແຕ່ງອົງພະທາດ ເຊັ່ນ: ການໂບກ ແລະ ຂັດມັນ, ການປັ້ນຊ້າງລ້ອມ ( ຊ້າງຄຳ້ປາຣະມີ ) ໃສ່ຖານຊັ້ນເທິງ, ການຕົບແຕ່ງຫ້ອງວາງສະແດງພຸດທະສິນ ນອກຈາກນັ້ນ ຍັງຈະໄດ້ກໍ່ສ້າງພຶ້ນຖານໂຄງລ່າງຕ່າງໆ ເຊັ່ນ: ການສ້າງຫົນທາງ ແລະ ຂັ້ນໄດຂຶ້ນດອຍມ່ອນທາດ ລວມທັງການສ້າງອົງປະກອບອື່ນໆໃນໂຄງການດັ່ງກ່າວ.

ພາຍຫຼັງສຳເລັດສະຖານທີ່ດອຍມ່ອນທາດຈະກາຍເປັນສູນປະຕິບັດທຳ ສະແຫວງຫາຄວາມສະຫງົບວິເວກ ແລະ ສູນສຶກສາພຸດທະສິນ ທັງເປັນແຫຼ່ງທ່ອງທ່ຽວພັກຜ່ອນຢ່ອນໃຈທີ່ສຳຄັນອີກແຫ່ງໜຶ່ງຂອງເມືອງ ຕົ້ນເຜິ້ງ ກໍ່ຄືແຂວງ ບໍ່ແກ້ວ ອີກດ້ວຍ.


ພາບ – ຂ່າວ: ອຸໄທ ພູມມາ.