ເຈົ້າໜ້າທີ່ ເມືອງຫ້ວຍຊາຍ ສົ່ງຄືນຊັບ ທີ່ຖືກໂຈນລັກໄປ ໃຫ້ເຈົ້າຂອງເດີມ

471

ໃນວັນທີ 9 ມິຖຸນາ 2021 ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ ຢູ່ທີ່ກອງບັນຊາການ ປກສ ເມືອງຫ້ວຍຊາຍ ໄດ້ມີພິທີມອບເຄື່ຶຶຶຶຶຶອງທີ່ຖືກລັກໄປມອບຄືນເຈົ້າຂອງເດີມ ໂດຍການມອບເຄື່ອງໃນຄັ້ງນີ້ຂອງ ທ່ານ ພັທ ແຊຮລໍຫຼີ ສີສຸພັນ ຮອງກອງບັນຊາການ ປກສ ເມືອງຫ້ວຍຊາຍ.

ເຄື່ອງທີ່ມອບຄືນໃນຄັ້ງນີ້ມີຄື: ໂທລະພາບຈໍແບນ ຈຳນວນ: 10 ເຄື່ອງ; ຫົວພ່ອຍເນີ ຈຳນວນ: 02 ໜ່ວຍ; ຫົວຊີພີຢູ່ຄອມ ຈຳນວນ: 01 ເຄື່ອງ; ໂຊລາໄລ ຈຳນວນ: 01 ເຄື່ອງ; ແອປັບອາກາດ ຈຳນວນ: 01 ຊຸດ; ໝໍ້ອາບນ້ຳຮ້ອນ ຈຳນວນ: 03 ເຄື່ອງ; ພັດລົມ ຈຳນວນ: 01 ໜ່ວຍ; ແຜງຄວບຄຸມໄຟ ຈຳນວນ: 01 ເຄື່ອງ; ກົບໄມ້ໄຟຟ້າ ຈຳນວນ: 01 ເຄື່ອງ; ດອກໄຟຊ່ອງລາຍແສງ ຈໍານວນ: 01 ດອກ; ດອກໄຟແສງສີມົນ ຈຳນວນ: 01 ດອກ; ໝໍ້ຊີ້ນດາດໄຟຟ້າ ຈຳນວນ: 01 ຊຸດ; TP link ຈຳນວນ: 03 ເຄື່ອງ; ໝໍກາຕົ້ມນ້ຳໄຟຟ້າ ຈຳນວນ: 01 ເຄື່ອງ ແລະ ຂາຕັ້ງໂທລະພາບ ຈຳນວນ: 11 ອັນ.

ດັ່ງນັ້ນ, ທາງໜ່ວຍງານສືບສວນ-ສອບສວນ ຄະດີອາຍາ ຈຶ່ງໄດ້ສ້າງບົດບັນທຶກ ມອບກັນເປັນທີ່ຮຽບຮ້ອຍແລ້ວ ຈຶ່ງໄດ້ລົງລາຍເຊັນໄວ້ເປັນຫຼັກຖານ.