FBI ໃຊ້ແອັບ ຊ້ອນແຜນບຸກຈັບແກ໋ງ ອາດຊະຍາກຳ ກວ່າ 800 ຄົນ ໃນ 18 ປະເທດ

383

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດໃນ 18 ປະເທດ ໄດ້ບຸກເຂົ້າຈັບກຸມແກ໋ງກໍ່ອາດຊະຍາກຳຫຼາຍກວ່າ 800 ຄົນທົ່ວໂລກ ຫຼັງຈາກທີ່ເຈົ້າໜ້າທີ່ໄດ້ຫຼອກໃຫ້ແກ໋ງເຫຼົ່ານີ້ຫັນມານຳໃຊ້ແອັບພລິເຄຊັນສົ່ງຂໍ້ຄວາມແບບເຂົ້າລະຫັດ ທີ່ສຳນັກງານສືບສວນກາງຂອງອາເມຣິກາເປັນເຈົ້າຂອງ ແລະ ຄຸ້ມຄອງແອັບພລິເຄຊັນດັ່ງກ່າວ.

ແອັບ ANOM ຖືກນຳໄປໃຊ້ຢ່າງແຜ່ຫຼາຍໃນແກ໋ງອາດຊະຍາກຳໂດຍບໍ່ຮູ້ວ່າ FBI ເປັນຜູ້ຢູ່ເບື້ອງຫຼັງຂອງການສ້າງແອັບດັ່ງກ່າວຂຶ້ນ ເຊິ່ງເປັນການເປີດທາງໃຫ້ເຈົ້າໜ້າທີ່ຕຳຫຼວດສາມາດຕິດຕາມການເຄື່ອນໄຫວຂອງກຸ່ມແກ໋ງອາດຊະຍາກຳຜ່ານການສົນທະນາ ກ່ຽວກັບການຂົນສົ່ງຢາເສບຕິດ, ການຟອກເງິນ ແລະ ການວາງແຜນຄາຕະກຳຜູ້ອື່ນ ໂດຍເປົ້າໝາຍຫຼັກໆບໍ່ພຽງແຕ່ກຸ່ມແກ໋ງທີ່ກໍ່ອາດຊະຍາກຳເທົ່ານັ້ນ ແຕ່ຍັງພົວພັນເຖິງເຈົ້າໜ້າທີ່ຕຳຫຼວດທີ່ພົວພັນກັບກຸ່ມແກ໋ງມາເຟຍ ພາຍໃຕ້ປະຕິບັດການ “ ເປັນໄລຍະເວລາແຫ່ງການປ່ຽນແປງໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ”.

ພາຍໃຕ້ປະຕິບັດການດັ່ງກ່າວ ເຈົ້າໜ້າທີ່ສາມາດຢຶດອາວຸດ, ຢາເສບຕິດ, ລົດ ແລະ ເງິນສົດ ເຊິ່ງປະກອບມີ ໂຄເຄນ ຈຳນວນ 8 ໂຕນ, ປືນ 250 ກະບອກ ແລະ ສະກຸນເງິນຕ່າງໆ ລວມທັງສະກຸນເງິນດິຈິຕອນ ລວມມູນຄ່າຫຼາຍກວ່າ 48 ລ້ານໂດລາສະຫະລັດ.